spot_img
Homeຂ່າວທ້ອງຖິ່ນເລັ່ງຕິດຕາມ 7 ຄົນທີ່ສຳພັັດໃກ້ຊິດກັບຊາວຈີນ 2 ຄົນທີ່ຕິດເຊື້ອໂຄວິດ

ເລັ່ງຕິດຕາມ 7 ຄົນທີ່ສຳພັັດໃກ້ຊິດກັບຊາວຈີນ 2 ຄົນທີ່ຕິດເຊື້ອໂຄວິດ

Published on

ເນື່ອງຈາກສະພາບການລັກລອບເຂົ້າ-ອອກເມືອງຂອງບຸກຄົນຈາກປະເທດທີ່ມີການລະບາດຂອງເຊື້ອໄວຣັດໂຄວິດ-19 ພາຍໃນຊຸມຊົນຜ່ານແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ໃນວັນທີ 24 ພະຈິກ 2020 ຈາກຝັ່ງປະເທດມຽນມາ ກ່ອນຈະລັກກັບໄປປະເທດຈີນ ແລະ ຖືກຈັບ.

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທ່ານ ສົມດີ ດວງດີ ໄດ້ໃຫ້ທິດຊີ້ນໍາ ມື້ວັນທີ 6 ທັນວາ 2020 ທີ່ຜ່ານມາໃຫ້ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ເລັ່ງຕິດຕາມ 7 ຄົນ ທີ່ເປັນຜູ້ສໍາຜັດໃກ້ຊິດໂດຍກົງກັບຊາຍຈີນ 2 ຄົນດັ່ງກ່າວ ໃນ ຄະຂະນະທີ່ພັກເຊົາຢູ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ກ່ອນທີ່ຈະລັກຂ້າມຊາຍແດນກັບ ໄປປະເທດຂອງຕົນ.

ທ່ານ ສົມດີ ຍັງໄດ້ຊີ້ນໍາໃຫ້ອໍານາດການປົກຄອງແຂວງ ບໍ່ແກ້ວ ປິດເມືອງຕົ້ນເຜິ້ງ ໂດຍບໍ່ອະນຸຍາດໃຫ້ຄົນເຂົ້າ-ອອກ ໃນໄລຍະ 14 ວັນ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ ພ້ອມນັ້ນໃຫ້ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ ມາກວດວິເຄາະຫາເຊື້ອພະຍາດດັ່ງກ່າວ.

ສະເພາະແຂວງຫຼວງນໍ້າທາໃຫ້ປິດເຂດເສດຖະກິດພິເສດ ບໍ່ເຕັນ ໂດຍບໍ່ອະນຸຍາດໃຫ້ຄົນ ເຂົ້າ-ອອກ ໃນໄລຍະ 14 ວັນເຊັ່ນກັນ ແລະ ໃຫ້ເກັບຕົວຢ່າງທຸກຄົນທີ່ມີອາການທາງລະບົບຫາຍໃຈ ຫຼື ເປັນໄຂ້ ມາກວດວິເຄາະຫາເຊື້ອພະຍາດ ດັ່ງກ່າວ ແລະ ໃຫ້ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ແລະ ແຂວງຫຼວງນໍ້າທາ ເພີ່ມມາດຕະການ ຕິດຕາມກວດກາຜູ້ຈະເດີນທາງເຂົ້າມາໃນແຂວງຂອງຕົນກວ່າເກົ່າ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...