Homeຂ່າວທ້ອງຖິ່ນຄົນຈີນ​ 2​ ຄົນກວດພົບເຊື້ອໃໝ່ບໍ່ນັບເຂົ້າສະຖິຕິຜູ້ຕິດເຊື້ອໃນລາວ

ຄົນຈີນ​ 2​ ຄົນກວດພົບເຊື້ອໃໝ່ບໍ່ນັບເຂົ້າສະຖິຕິຜູ້ຕິດເຊື້ອໃນລາວ

Published on

ທ່ານ​ ດຣ.​ສີສະຫວາດ​ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່​ ລາຍງານ​ວັນທີ​ 4​ ພະຈິກນີ້ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 03 ທັນວາ 2020​ ໄດ້ເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດໃນວັນທີ 03 ທັນວາ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 774 ຄົນ, ໃນນັ້ນ ມີ 01 ຕົວຢ່າງຈາກບຸກຄົນທົ່ວໄປທີ່ມີອາການ; 149 ຕົວຢ່າງຈາກບຸກຄົນທົ່ວໄປບໍ່ມີອາການ; 205 ຕົວຢ່າງຈາກແຮງງານມາແຕ່ໄທ; ແຮງງານຈີນ 319 ຕົວຢ່າງ; ແຮງງານຫວຽດນາມ 99 ຕົວຢ່າງ ແລະ ແຮງງານລາວມາແຕ່ຈີນ 01 ຕົວຢ່າງ; ຜົນກວດວິເຄາະທັງໝົດແມ່ນ ບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 03 ທັນວາ 2020 ບໍ່ພົບຜູ້ຕິດເຊື້ອໃໝ່.​

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 03 ທັນວາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 80,962 ຕົວຢ່າງ, ກວດພົບເຊື້ອສະສົມ 39 ຄົນ.

ສຳລັບການຕິດຕາມປີ່ນປົວຄົນເຈັບຢູ່ໂຮງໝໍ ປະຈຸບັນ ສຳລັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ນ້ຳເບີ 27 ຫາ ນ້ຳເບີ 39 ແມ່ນສືບຕໍ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບ, ທຸກຄົນແມ່ນມີອາການເບົາບາງ.

ຂ້າພະເຈົ້າ ຂໍອະທິບາຍເພິ່ມເຕີມ ສຳລັບ ຂ່າວ ຄົນຈີນ 2 ຄົນ ທີ່ໄດ້ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າມາທາງເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ແລະ ມາຮອດເຂດເສດຖະກິດພິເສດ ບໍ່ເຕັນແດນງານ ແລະ ໄດ້ເຂົ້າພັກຢູ່ໂຮງແຮມແຫ່ງໜຶ່ງ ຫຼັງຈາກໄດ້ນັ້ນ ພວກກ່ຽວ ໄດ້ເດີນທາງກັບໄປ ສປ ຈີນ ໂດຍບໍ່ຖືກລະບຽບ ພ້ອມດຽວກັນນັ້ນ ສປ ຈີນ ກໍ່ໄດ້ເກັບຕົວຢ່າງຂອງພວກກ່ຽວມາກວດ ຜົນກວດ ແມ່ນພົບເຊື້ອພະຍາດໂຄວິດ-19 ທັງ 2 ຄົນ. ຕໍ່ກັບເຫດການດັ່ງກ່າວນີ້ ແມ່ນເປັນຄວາມຈິງແທ້, ຄະນະສະເພາະກິດຂອງພວກເຮົາ ບໍ່ໄດ້ນິ້ງນອນໃຈແຕ່ຢ່າງໃດ, ໄດ້ແຕ່ງຕັ້ງທີມງານລົງສອບສວນຢ່າງທັນທີ ເພື່ອເກັບກຳຂໍ້ມູນຢ່າງລະອຽດ, ພ້ອມດຽວກັນ ຍັງໄດ້ຄົ້ນຫາ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ ທີ່ມີການພົວພັນກັບ ຄົນຈີນທັງ 2 ຄົນດັ່ງກ່າວ ຢ່າງຮີບດ່ວນ ເພື່ອທຳການເກັບຕົວຢ່າງມາກວດ ແລະ ເຂົ້າຈຳກັດບໍລິເວນ 14 ວັນ ຕາມຄຳແນະນຳຂອງຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ.​

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...