Homeຂ່າວທ້ອງຖິ່ນບໍ່ແກ້ວສັ່ງໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າແລະ ການນຳເຂົ້າ-ສົ່ງ ອອກສິນຄ້າທຸກປະເພດ

ບໍ່ແກ້ວສັ່ງໂຈະກິດຈະການເດີນເຮືອຂົນສົ່ງສິນຄ້າແລະ ການນຳເຂົ້າ-ສົ່ງ ອອກສິນຄ້າທຸກປະເພດ

Published on

ຫ້ອງວ່າການແຂວງບໍ່ແກ້ວ ໄດ້ອອກແຈ້ງການ ເລື່ອງ: ການໂຈະ ກິດຈະການເດີນເຮືອຂົນສົ່ງສິນຄ້າຜ່ານຈຸດດ່ານສາກົນບ້ານມອມ ແລະ ການນຳເຂົ້າ-ສົ່ງອອກສິນຄ້າທຸກປະເພດ.ເນື່ອງຈາກສະພາບການລະບາດ ຂອງພະຍາດໂຄວິດ-19 ຢູ່ບັນປະເທດໃກ້ຄຽງ ທີ່ຕິດຊາຍແດນກັບແຂວງບໍ່ແກ້ວ (ແຂວງຊຽງໃໝ່, ຊຽງຣາຍ ຣາຊະອານາຈັກໄທ, ແຂວງທ່າຂີ້ເຫຼັກ ສ.ມຽນມາ) ນັບມື້ເພີ່ມຂຶ້ນ.

ຫ້ອງວ່າການແຂວງບໍ່ແກ້ວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ: ສະຖານະການຢູ່ໃນໂລກ ແລະພາກພື້ນ ໃນປະຈຸບັນເວົ້າລວມ, ເວົ້າສະເພາະປະເທດໃກ້ຄຽງ (ແຂວງທ່າຂີ້ເຫຼັກ ສ.ມຽນມາ ແລະ ແຂວງຊຽງໃໝ່,ຊຽງຣາຍ ຣາຊະອານາຈັກໄທ) ໄດ້ມີກໍລະນີຕິດເຊື້ອພະຍາດໂດວິດ-19 ໃໝ່ ແລະ ນັບມື້ເພີ້ມຂຶ້ນ ຊື່ງແຂວງບໍ່ແກ້ວໄດ້ນອນຢູ່ໃນສະຖານະການ ທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19 ສູງ ຕໍ່ການເຂົ້າ-ອອກ ຂອງພົນລະເມືອງ ນັບທັງຜູ້ລັກລອບເຂົ້າເມືອງບໍ່ຖືກຕ້ອງ ແລະ ຖືກຕ້ອງຕະຫຼອດເຖີງຄົນຂັບເຮືອ ແລະ ກໍາມະກອນ; ສະນັ້ນ, ເຮືອບັນທຸກສິນຄ້າ ຈຶ່ງໄດ້ໂຈະການເດີນເຮືອ ແລະ ການ ນຳເຂົ້າ-ສົ່ງອອກສິນຄ້າ ທຸກປະເພດ ຢູ່ຈຸດດ່ານສາກົນບ້ານມອມ, ດ່ານສາກົນສາມຫຼ່ຽມຄໍາ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວຊົ່ວຄາວເລີ່ມແຕ່ວັນທີ 5 ທັນວາ 2020 ເປັນຕົ້ນໄປ ຈົນກວ່າສະຖານະການ ຈະເຂົ້າສູ່ພາວະປົກກະຕິ, ທັງນີ້ກໍ່ເພື່ອຮັບ ປະກັນຊີວິດ, ຊັບສິນຂອງປະຊາຊົນບັນດາເຜົ່າພາຍໃນແຂວງບໍ່ແກ້ວ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...