spot_img
Homeຂ່າວທ້ອງຖິ່ນໂຮງງານກັ່ນນໍ້າມັນສຳເລັດຮູບເປີດດໍາເນີນການຜະລິດແລ້ວ

ໂຮງງານກັ່ນນໍ້າມັນສຳເລັດຮູບເປີດດໍາເນີນການຜະລິດແລ້ວ

Published on

ໂຄງການໂຮງງານກັ່ນນໍ້າມັນສຳເລັດຮູບ ທີ່ມີກຳລັງການຜະລິດ 3 ລ້ານໂຕນ/ປີ ໄລ ຍະທີ 1 ຂອງບໍລິສັດເປໂຕຣເຄມີ ລາວຈຳກັດ ໄດ້ເປີດດໍາເນີນການຜະລິດຢ່າງເປັນທາງການ ໃນວັນທີ 30 ພະຈິກ 2020 ທີ່ນະຄອນຫຼວງວຽງຈັນ ແລະ ຢູ່ທີ່ແຂວງຢຸນນານ ສປ ຈີນ, ເຊິ່ງນຳໃຊ້ຮູບແບບວິດີໂອທາງໄກເຊື່ອມຕໍ່ກັນ ເພື່ອເປັນຂອງຂວັນໃຫ້ແກ່ ການສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ.

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໂຄງການໂຮງກັ່ນນໍ້າມັນ ເປັນແຫ່ງທໍາອິດຂອງລາວ ທີ່ລົງ ທຶນກໍ່ສ້າງ ໂດຍກຸ່ມບໍລິສັດຢຸນນານລົງທຶນ ແລະ ກໍ່ສ້າງຮຸ້ນສ່ວນ ຈໍາກັດ ຮ່ວມກັບລັດວິສາຫະກິດນໍ້າ ມັນເຊື້ອໄຟລາວ ພ້ອມດ້ວຍວິສາຫະກິດ ລາວ-ຈີນ, ສະຖານທີ່ ຕັ້ງຢູ່ໃນເຂດພັດທະນາກວມລວມໄຊເສດຖາ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ 425 ຕາແມັດ, ມູນຄ່າການລົງທຶນປະມານ 2 ພັນລ້ານໂດລາສະຫະລັດ, ແບ່ງອອກເປັນ 3 ໄລຍະຂອງການກໍ່ສ້າງ, ເຊິ່ງມີກຳລັງການຜະລິດແມ່ນ 3 ລ້ານໂຕນ/ປີ ໂດຍການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ, ກ້າວ ໜ້າ ແລະ ສົມບູນແບບ, ມີຄວາມປອດໄພ ແລະ ໜ້າເຊື່ອຖື, ເປັນມິດຕໍ່ສິ່ງແວດລ້ອມ, ໂຕຊີ້ວັດມາດ ຕະຖານທັງໝົດແມ່ນໄດ້ມາດຖານສາກົນທີ່ທັນສະ ໄໝທີ່ສຸດ ຖືວ່າເປັນໂຮງກັ່ນນໍ້າມັນທັນສະໄໝໂຮງ ງານໜຶ່ງ, ເຊິ່ງຈະສາມາດຜະລິດນໍ້າມັນແອັດຊັງ, ນໍ້າມັນກາຊວນ, ນໍ້າມັນຍົນ, ແກ໊ສແຫລວ (LPG), ທາດມາດ ແລະ ຜະລິດຕະພັນອື່ນໆ ຕາມມາດຕະ ຖານສາກົນ Euro V, ເພື່ອສະໜອງຜະລິດຕະພັນນໍ້າມັນທີ່ປອດໄພ ແລະ ໝັ້ນຄົງໃຫ້ແກ່ ສປປ ລາວ.

ໂຄງການນີ້, ແມ່ນໂຄງການ ທີ່ທັງສອງວິສາຫະກິດລາວ-ຈີນ ຕອບສະໜອງຕາມຍຸດທະສາດ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ເປັນການເພີ່ມທະວີເສດຖະກິດການຄ້າຂອງສອງປະເທດ ແລະ ການຮ່ວມທຶນເພື່ອສ້າງວິສາຫະກິດ ໂຮງກັ່ນນໍ້າມັນທີ່ທັນສະໄໝແຫ່ງທໍາອິດຂອງລາວ, ຕົ້ນຕໍແມ່ນດໍາເນີນກິດ ຈະການດ້ານການກັ່ນນໍ້າມັນ, ເປໂຕຣເຄມີ, ພະລັງງານສະອາດ ແລະ ຜະລິດຕະພັນສຳເລັດຮູບອື່ນໆ, ສາງເກັບຮັກສາສິນຄ້າ, ການຈໍາໜ່າຍ, ການຂົນສົ່ງ ແລະ ອື່ນໆ ທີ່ກ່ຽວຂ້ອງເພື່ອຫຼຸດ ຜ່ອນການນຳເຂົ້ານ້ຳມັນເຊື້ອໄຟຂອງລາວ ແລະ ຈະເປັນການສົ່ງຜົນດີ ຕໍ່ຂະແໜງການຜະລິດອຸດສາຫະກໍາເປໂຕຣເຄມີ, ການພັດທະນາອຸດສາຫະກໍາ ແລະ ໂຄງສ້າງລະບົບອຸດສະຫະກໍາ ຂອງ ສປປ ລາວ ໃນອະນາຄົດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...