spot_img
Homeຂ່າວທ້ອງຖິ່ນໂຄງການຍົກລະດັບໄຟເຍືອງທາງແລະ ລະບົບນໍ້າພຸສວນປະຕູໄຊ ຈະມອບ-ຮັບໃນເດືອນມີນາ 2021

ໂຄງການຍົກລະດັບໄຟເຍືອງທາງແລະ ລະບົບນໍ້າພຸສວນປະຕູໄຊ ຈະມອບ-ຮັບໃນເດືອນມີນາ 2021

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ປັດຈຸບັນນີ້, ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ 7 ເສັ້ນທາງໃຈກາງຕົວເມືອງນະຄອນ ຫຼວງວຽງຈັນ ແລະ ລະບົບນໍ້າພຸສວນປະຕູໄຊ ກຳລັງເລັ່ງໃສ່ການຟື້ນຟູທາງຍ່າງ, ປັບປຸງບ່ອນຕິດຕັ້ງຕີນເສົາຈຳນວນໜຶ່ງ, ຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມທັງລະບົບສັນຍານສົ່ງຂໍ້ມູນເພື່ອໃຫ້ສຳເລັດຕາມແຜນໃນເດືອນກຸມພານີ້ ກ່ອນທີ່ຈະມີການມອບ-ຮັບ ໃນວັນທີ 25 ມີນາ 2021.

ໂດຍລວມແລ້ວໂຄງການດັ່ງກ່າວແມ່ນສຳເລັດໂດຍພື້ນຖານພາຍຫຼັງທີ່ເລີ່ມປະຕິບັດມາແຕ່ເດືອນກັນຍາ 2020 ເຊິ່ງໄດ້ສຳເລັດການຕິດຕັ້ງໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ແລະ ສຳເລັດກສຍຕິດຕັ້ງລະບົບນໍ້າພຸ, ສວນປະຕູໄຊ ແລະ ມີພິທີເປີດນຳໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ. ສິນລະວົງ ຄຸດໄພທູນ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. ທ່ານ ນາງ ເຂັມມະນີ ພົນເສນາ ແລະ ເອກອັກຄະລັດຖະທູດ ຈີນ ປະຈຳ ສປປ ລາວ ທ່ານ ຈຽງຈ້າຍຕິ່ງ.

ໂຄງການນີ້ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ມູນຄ່າສູງເຖິງ 87,5 ລ້ານຢວນ ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວ ໃນການສະເຫຼີມສະຫຼອງວັດຊາດທີ 2 ທັນວາ ຄົບຮອບ 45ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...