spot_img
Homeຂ່າວທ້ອງຖິ່ນໂຄງການທາງລົດໄຟລາວ-ຈີນອາດຈະສ້າງບໍ່ສໍາເລັດທັນຕາມແຜນ

ໂຄງການທາງລົດໄຟລາວ-ຈີນອາດຈະສ້າງບໍ່ສໍາເລັດທັນຕາມແຜນ

Published on

ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແຈ້ງຕໍ່ ທີມງານວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ແຕ່ຊາຍແດນລາວ-ຈີນ, ບໍ່ເຕນ ຫາ ສະຖານີນະຄອນຫຼວງວຽງຈັນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ຕາມແຜນແມ່ນຈະເປີດນໍາໃຊ້ໃນເດືອນ ທັນວາ 2021. ແຕ່ເນື່ອງຈາກບັນຫາການໄກ່ເກ່ຍຍົກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະຖານີວຽງຈັນ ຫາ ສະຖານີວຽງຈັນໃຕ້ ສົ່ງຜົນກະທົບໃຫ້ແກ່ການກໍ່ສ້າງ, ຖ້າຫາກສາມາດແກ້ໄຂບັນຫາການຍົກຍ້າຍເວນຄືນທີ່ດິນ ແລະ ສາມາດສະໜອງເນື້ອທີ່ດິນກໍ່ສ້າງໄດ້ຢ່າງທັນເວລາ, ຈະເຮັດໃຫ້ເສັ້ນທາງລົດໄຟຕະຫຼອດສາຍທາງ ສາມາດກໍ່ສ້າງສຳເລັດ ແລະ ເປີດນໍາໃຊ້ໄດ້ຢ່າງທັນການ ແຕ່ຖ້າຫາກວ່າຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ ຫຼື ຊັກຊ້າອາດຈະເຮັດໃຫ້ການກໍ່ສ້າງທາງລົດໄຟບໍ່ສໍາເລັດ ແລະ ຈະບໍ່ສາມາດເປີດນໍາໃຊ້ຕາມແຜນທີ່ວາງໄວ້.

ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ແຈ້ງໃຫ້ຮູ້ຕື່ມອີກວ່າ: ຮອດປັດຈຸບັນພື້ນຖານໂຄງລ່າງຂອງເສັ້ນ ທາງລົດໄຟ ແມ່ນຈະສຳເລັດໂດຍພື້ນຖານ ໃນທ້າຍປີ 2020 ຊຶ່ງປະກອບມີ ການສໍາເລັດການເຈະອຸໂມງ 75 ແຫ່ງຂອງທົ່ວທັງແລວທາງ, ສຳເລັດການກໍ່ສ້າງຂົວ ທັງໝົດ 164 ແຫ່ງ, ຄັນທາງ 180 ຕອນ ໄດ້ສຳເລັດໂດຍພື້ນຖານ. ບັນດາໜ້າວຽກກໍ່ສ້າງ ເຊັ່ນ: ວຽກລາງລົດໄຟ, ວຽກລະບົບ ແລະ ວຽກອາຄານສະຖານີ ແມ່ນກ້າວເຂົ້າສູ່ໄລຍະທີ່ສຳຄັນ ແລະ ຫຍຸ້ງຍາກທີ່ສຸດ, ໄດ້ສຳເລັດການວາງລາງ 188,8 ກິໂລ ແມັດ ໃນຕະຫຼອດເສັ້ນທາງ, ກວມເອົາ 44,6% ຂອງໄລຍະທາງທັງໝົດ, ທ້າຍປີນີ້ ຈະວາງລາງຮອດຫຼວງພະບາງ, ທ້າຍເດືອນ 6 ປີ 2021 ຈະສໍາເລັດການວາງລາງທັງໝົດຕະຫຼອດເສັ້ນທາງ, ການກໍ່ສ້າງວຽກລະບົບ ແມ່ນເລີ່ມດຳເນີນການຢ່າງຮອບດ້ານ, ການກໍ່ສ້າງອາຄານສະຖານີແມ່ນສາມາດມຸງຫຼັງຄາໄດ້ທັງໝົດ ພາຍໃນທ້າຍປີ 2020 ແລະ ຮອດເດືອນ 4 ປີ 2021 ຈະກ້າວເຂົ້າສູ່ໄລຍະການຕົບແຕ່ງພາຍໃນ ທັງໝົດ. ການກໍ່ສ້າງໃນໄລຍະແຕ່ສະຖານີວຽງຈັນ ຫາ ທ່ານາແລ້ງ ແມ່ນໄດ້ເລີ່ມລົງມືກໍ່ສ້າງຢ່າງຮອບດ້ານ ໃນວັນທີ 20/07/2020, ຕາມແຜນ ແມ່ນສຳເລັດພ້ອມກັນ ກັບ ການເປີດເສັ້ນທາງ ແຕ່ ບໍ່ເຕນ ຫາ ວຽງຈັນ. ນອກນັ້ນ, ວຽກງານການກະກຽມໃນການເປີດໃຫ້ບໍລິການ ເຊັ່ນ: ການຝຶກອົບຮົມບຸກຄະລາກອນ, ການເປີດແລ່ນລົດໄຟ, ການຄຸ້ມຄອງວຽກໃຫ້ບໍລິການ ແລະ ບູລະນະຮັກສາສ້ອມແປງ ແມ່ນໄດ້ເລີ່ມດຳເນີນການຢ່າງຮອບດ້ານ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...