spot_img
Homeຂ່າວທ້ອງຖິ່ນດຳເນີນຄະດີຊາຍຕ່າງຊາດ ກໍ່ເຫດປຸ້ນເອົາເງິນຢູ່ຮ້ານຂາຍເຄື່ອງເຄມາກ (K-mart)

ດຳເນີນຄະດີຊາຍຕ່າງຊາດ ກໍ່ເຫດປຸ້ນເອົາເງິນຢູ່ຮ້ານຂາຍເຄື່ອງເຄມາກ (K-mart)

Published on

ວັນທີ 19 ພະຈິກ ທີ່ຜ່ານມາ, ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ພິຈາລະນາສໍານວນຄະດີທີ່ມີຈຳເລີຍຖືກຂໍ້ຫາປຸ້ນຊັບພົນລະເມືອງ ໂດຍຈໍາເລີຍຊື່ ທ້າວ ລີ ຢູຊາງ ອາຍຸ 18 ປີ ເຊື້ອຊາດ ແລະ ສັນ ຊາດເກົາຫຼີໃຕ້ ພັກເຊົາຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈາກການກະທໍາດັ່ງກ່າວຄະນະສານໄດ້ຕັດສິນລົງໂທດຕັດອິດສະລະພາບ 2 ປີ ແລະ ປັບໃໝ 800.000 ກີບ.

ຕາມການລາຍງານຂອງ ປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ ອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຖະແຫຼງຕໍ່ສານໃຫ້ຮູ້ວ່າ: ທ້າວ ລີ ຢູຊາງ ໄດ້ເດີນທາງເຂົ້າມາ ສປປ ລາວ ໃນປີ 2006 ຈຸດປະສົງ ເພື່ອມາຢູ່ນໍາພໍ່-ແມ່ທີ່ດໍາເນີນທຸລະກິດ ຢູ່ ສປປ ລາວ, ເມື່ອມາຮອດກໍໄດ້ໄປຢູ່ນໍາພໍ່-ແມ່. ຫຼັງຈາກນັ້ນ, ພໍ່-ແມ່ ຂອງຜູ້ກ່ຽວໄດ້ສົ່ງໄປເຂົ້າໂຮງຮຽນນາໆຊາດແຫ່ງໜຶ່ງ. ວັນທີ 24 ມິຖຸນາ 2018, ທ້າວ ລີ ຢູຊາງ ໄດ້ຂໍເງິນນໍາພໍ່ເພື່ອຈະເອົາໄປໃຊ້ໜີ້ຄ່າໂມງ ແລະ ເກີບທີ່ໄດ້ ສັ່ງຊື້ນໍາໝູ່ຜ່ານທາງເຟສບຸກໃນລາຄາ 1.600 ໂດລາສະຫະລັດ, ແຕ່ພໍ່ຂອງຜູ້ກ່ຽວໄດ້ໃຫ້ການປະຕິ ເສດ ພ້ອມທັງຮ້າຍ-ດ່າ ຈຶ່ງພາໃຫ້ມີການຜິດຖຽງກັນ ແລະ ໃນມື້ຕໍ່ມາ, ຜູ້ກ່ຽວໄດ້ໂທຫາໝູ່ ເພື່ອຂໍເລື່ອນເວລາການຈ່າຍເງິນແຕ່ກໍບໍ່ສາມາດເລື່ອນໄດ້ ແລະ ຜູ້ກ່ຽວກໍໄດ້ພະຍາຍາມຕິດຕໍ່ຫາໝູ່ຫຼາຍຄົນ ເພື່ອຂໍຢືມເງິນ ແຕ່ກໍບໍ່ໄດ້ຮັບການຊ່ວຍເຫຼືອ; ວັນທີ 27 ມິຖຸນາ 2018, ຜູ້ກ່ຽວເກີດມີແນວຄິດສັບສົນຍ້ອນມີບັນຫາເລື່ອງເງິນ ຈຶ່ງໄດ້ຊື້ເບຍມາດື່ມ ພ້ອມທັງຄິດຊອກຫາວິທີຫາເງິນ ເພື່ອຈະເອົາມາຈ່າຍຄ່າເຄື່ອງ. ໃນນັ້ນ, ຜູ້ກ່ຽວຈຶ່ງມີແນວຄິດຈະໄປປຸ້ນເອົາເງິນຢູ່ຮ້ານຂາຍເຄື່ອງເຄ ມາກ (K-mart).

ໃນເວລາ 11:00 ໂມງ ຂອງມື້ຕໍ່ມາ, ທ້າວ ລີ ຢູຊາງ ກຽມອຸປະກອນ ຄື: ມີດຊອຍອາຫານ 1 ດວງ, ຜ້າປິດປາກ ແລະ ໝວກ ຈຸດປະສົງເພື່ອຈະໄປປຸ້ນເອົາເງິນຢູ່ຮ້ານຂາຍເຄື່ອງເຄມາກ; ຈົນຮອດເວລາ 16:30 ໂມງ ກໍຂຶ້ນລົດແທັກຊີໄປຮ້ານຂາຍເຄື່ອງດັ່ງກ່າວ ເມື່ອໄປຮອດແຖວສູນອອກກໍາລັງກາຍແສງດາຣາ, ໄດ້ບອກໃຫ້ຄົນຂັບລົດຈອດລໍຖ້າສ່ວນຜູ້ກ່ຽວແມ່ນຍ່າງເຂົ້າໄປທາງປະຕູດ້ານຫຼັງຂອງຮ້ານຂາຍເຄື່ອງ ແລະ ເມື່ອໄປຮອດບ່ອນຈ່າຍເງິນ (ເຄົາເຕີ້) ຈຶ່ງໃຊ້ມີດຈີ້ພະນັກງານເກັບເງິນ ພ້ອມທັງບັງຄັບໃຫ້ພະນັກງານເປີດລີ້ນຊັກບ່ອນໃສ່ເງິນ. ຈາກນັ້ນ, ທ້າວ ລີ ຢູຊາງ ຈຶ່ງໄປຈັບເອົາເງິນໃສ່ຖົງ. ໃນນັ້ນ, ມີເງິນໂດລາ ຈໍານວນ 1.961 ໂດລາສະຫະລັດ, ເງິນບາດໄທ ຈໍານວນ 5.200 ບາດ ແລະ ເງິນກີບ ຈໍານວນ 1.530.000 ກີບ ແລ້ວແລ່ນອອກມາທາງໜ້າຮ້ານ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດ, ຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ: ມີຂໍ້ມູນຫຼັກຖານພຽງພໍຢັ້ງຢືນວ່າ: ທ້າວ ລີ ຢູຊາງ (ຈໍາເລີຍ) ໄດ້ກະທໍາຜິດໃນສະຖານການປຸ້ນຊັບຂອງພົນລະເມືອງຕາມທີ່ໄດ້ກໍານົດໄວ້ໃນກົດໝາຍອາຍາສະ ບັບປັບປຸງ ປີ 2005 ມາດຕາ 118 ທີ່ແຕະຕ້ອງຕໍ່ກໍາມະສິດສ່ວນຕົວຂອງພົນລະເມືອງຕາມຄໍາໃຫ້ການ ແລະ ບົດບັນທຶກການຈັບຕົວທີ່ກ່າວມາຂ້າງເທິງ.

ຄະນະສານອາຍາຂັ້ນຕົ້ນ ຈຶ່ງໄດ້ພິຈາລະນາຕັດສິນລົງໂທດຕັດອິດສະລະພາບ ຈໍາເລີຍ 4 ປີ ແລະ ປັບໃໝ 800.000 ກີບ ຕາມກົດໝາຍອາຍາສະບັບປັບປຸງປີ 2005 ມາດຕາ 118 ວັກ 1.

ຊັບສິນທີ່ຈໍາເລີຍໄດ້ປຸ້ນເອົາໄປນັ້ນໂຈດທາງແພ່ງແມ່ນໄດ້ເງິນຄືນໝົດແລ້ວຕາມບົດບັນທຶກມອບເຄື່ອງສະບັບລົງວັນທີ 10 ກໍລະກົດ 2018. ສະນັ້ນ, ຈຶ່ງເປັນສາເຫດທີ່ພາໃຫ້ມີການຫຼຸດຜ່ອນຄວາມຮັບຜິດຊອບທາງອາຍາຕາມກົດໝາຍອາຍາ ສະບັບປັບປຸງ ປີ 2005 ມາດຕາ 440 ຂໍ້ 06 ຄືພິຈາລະນາຫຼຸດຜ່ອນໂທດໃຫ້ເຫຼືອ 2 ປີ ແລະ ປັບໃໝ 800.000 ກີບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...