spot_img
Homeຂ່າວທ້ອງຖິ່ນລັດຖະບານກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ສະໜອງສິນເຊື່ອ MSMEs

ລັດຖະບານກູ້ຢືມເງິນທະນາຄານໂລກ 40 ລ້ານໂດລາ ສະໜອງສິນເຊື່ອ MSMEs

Published on

ໃນວັນທີ 11 ພະຈິກ 2020 ທີ່ກະຊວງການເງິນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານໂລກ, ໄດ້ລົງນາມສັນຍາເງິນກູ້ຢືມເງິນຈໍານວນ 40 ລ້ານໂດລາສະຫະລັດ, ສະ ໜອງທຶນສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອເຮັດໃຫ້ຜູ້ປະກອບການທຸລະກິດສາມາດຟື້ນຕົວໃນເບື້ອງຕົ້ນ, ພາຍຫຼັງໄດ້ຮັບຜົນກະທົບຈາກວິກິດໂຄວິດ-19.

ການສະໜັບສະໜູນທຶນດັ່ງກ່າວເພື່ອຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍຂອງ ສປປ ລາວ ຫຼຸດພົ້ນຈາກພາວະເສດຖະກິດຖົດຖອຍອັນເນື່ອງມາຈາກການແຜ່ລະບາດຂອງພະຍາດໂຄວິດ-19. ໃນຮູບ ແບບການສະໜອງສິນເຊື່ອສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອໃຫ້ຜູ້ປະກອບທຸລະກິດໃນໄລຍະວິກິດພະຍາດແຜ່ລະບາດພະຍາດໂຄວິດ-19 ໄດ້ຟື້ນຕົວໃນເບື້ອງຕົ້ນ ຫຼື ລົງທຶນໃນອຸປະກອນໃໝ່ ຫຼື ການຂະຫຍາຍໂຮງຈັກໂຮງງານ.

ທຸລະກິດຂະໜາດນ້ອຍມີຄວາມສໍາຄັນຕໍ່ເສດຖະກິດຂອງສປປ ລາວ, ເຊິ່ງປະກອບສ່ວນປະມານ 82 ສ່ວນ ຮ້ອຍເຂົ້າໃນການຈ້າງງານທັງໝົດ, ວິສາຫະກິດເຫຼົ່ານີ້ພົບວ່າຖືກກະທົບຢ່າງໜັກຈາກວິກິດການແຜ່ລະບາດພະຍາດ ໂຄວິດ-19, ວິສາຫະກິດຈໍານວນຫຼາຍໄດ້ປະເຊີນກັບການຫຼຸດລົງຂອງຄວາມຕ້ອງ ການ ແລະ ລາຍຮັບຢ່າງໄວວາ ແລະ ໄປຈົນເຖິງຕ່ອງໂສ້ການຜະລິດກໍ່ຖືກກະທົບເຊັ່ນກັນ, ໃນໄຕມາດທີສອງຂອງປີ 2020 ການທ່ອງທ່ຽວເກືອບບໍ່ມີການເໜັງຕີງ, ການຈໍາກັດການເຄື່ອນໄຫວໄປມາຂອງພົນລະເມືອງໃນເດືອນເມສາ ແລະ ພຶດສະພາ ເຮັດໃຫ້ຄວາມ ຕ້ອງການດ້ານການບໍລິການຕ່າງໆຖືກຈໍາກັດ ແລະ ເຮັດໃຫ້ການຜະລິດຂອງຫຼາຍວິສາຫະກິດຕ້ອງຍຸ ຕິຊົ່ວຄາວ, ມີຫຼາຍວິສາຫະກິດຕ້ອງປົດພະ ນັກງານ, ເຈົ້າຂອງວິສາຫະກິດບາງລາຍຕ້ອງໄດ້ປິດກິດຈະການຢ່າງຖາວອນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...