spot_img
Homeຂ່າວທ້ອງຖິ່ນລັດປຶກສາຫາລືກຽມຄວາມພ້ອມສ້າງທາງດ່ວນຫຼວງພະບາງ-ອຸດົມໄຊ

ລັດປຶກສາຫາລືກຽມຄວາມພ້ອມສ້າງທາງດ່ວນຫຼວງພະບາງ-ອຸດົມໄຊ

Published on

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານ ຮ່ວມກັນເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ຂອງແລວທາງດ່ວນ ໄລຍະທີ III ແຕ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາ ເມືອງ ໄຊ ແຂວງອຸດົມໄຊ, ເຊິ່ງແລວທາງດ່ວນນີ້ຈະຜ່ານເມືອງງາເຂົ້າຫາເມືອງໄຊແຂວງອຸດົມໄຊ ມີໄລຍະທາງທັງຫມົດ 113,9 ກິໂລແມັດ, ເນື້ອທີ່ນໍາໃຊ້ທັງໝົດປະມານ 1.055 ເຮັກຕາ, ສະເພາະໄລຍະທາງທີ່ຜ່ານແຂວງຫຼວງ ພະບາງມີ 29,8 ກິໂລແມັດ, ຜ່ານແຂວງອຸດົມໄຊໄລຍະທາງ 84,1 ກິໂລແມັດ.

ໃນນັ້ນຈະໄດ້ສ້າງຂົວທັງຫມົດ 96 ແຫ່ງ, ຄວາມຍາວ 19.496 ແມັດ, ອຸໂມງ 8 ແຫ່ງ, ຍາວ 14.940 ແມັດ, ຈຸດຂື້ນລົງ 5 ແຫ່ງ, ດ້ານມາດຕະຖານເຕັກນິກຂອງອຸໂມງແມ່ນໄດ້ສົມທຽບກັບມາດຕະຖານ ເຕັກນິກການອອກແບບຂອງໂຄງການກໍ່ສ້າງທາງດ່ວນໄລຍະທີ I ແຕ່ ນະຄອນຫຼວງວຽງຈັນຫາວັງວຽງປະກອບມີ 4 ຊ່ອງຈະລາຈອນ (2 ຊ່ອງໄປ 2 ຊ່ອງກັບ) ໜ້າທາງກວ້າງ 23 ແມັດ, ເຊິ່ງປະກອບມີຊ່ອງຈະ ລາຈອນ, ດອນກາງ ແລະ ບ່າທາງ, ອຸໂມງມີຄວາມກວ້າງສຸດ 10,25 ແມັດ, ສູງສຸດ 5 ແມັດ, ອາຍຸການນໍາໃຊ້ອອກແບບສໍາລັບອຸໂມງ 100 ປີ.

ຮອງເຈົ້າແຂວງໆ ຫຼວງພະບາງ, ທ່ານ ສຸກັນ ບຸນຍົງ ກ່າວວ່າ: ທາງດ່ວນໄລຍະທີ III ນີ້, ຈາກການສໍາຫຼວດສຶກສາກໍານົດແລວທາງແຕ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ຫາເມືອງໄຊ ແຂວງອຸດົມ ໄຊ ໄດ້ມີການປຽບທຽບເປັນ 3 ແລວທາງຄືແລວ K, A ແລະ B ເມື່ອ ພິຈາລະນາແລ້ວບໍລິສັດຮັບເໝົາກໍ່ສ້າງໄດ້ສະເໜີໃຫ້ເລືອກແລວທາງ K ເຊິ່ງເປັນແລວທາງທີ່ສົ່ງຜົນດີຕໍ່ການປົກປັກຮັກສາສິ່ງແວດ ລ້ອມ, ມີຜົນປະໂຫຍດຕໍ່ການພັດທະນາຕົວເມືອງນະຄອນຫຼວງພະບາງ ແລະ ເມືອງງາ, ສະດວກຕໍ່ປະ ຊາຊົນໃນຂອບເຂດຕົວເມືອງຂຶ້ນ-ລົງ, ມີຜົນ ດີຕໍ່ການປົກປັກຮັກສາແຫຼ່ງນໍ້າຂອງແມ່ນໍ້າຂອງ ແລະ ພັດທະນາການ ຂົນສົ່ງຫຼາຍຮູບແບບເຊື່ອມຕໍ່ທາງບົກ ແລະ ທາງລົດໄຟ, ທັງຂະໜາດໂຄງການນ້ອຍ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃນການ ກໍ່ສ້າງໜ້ອຍລວມເຖິງໄລຍະເວລາໃນການກໍ່ສ້າງສັ້ນລົງ, ລວມມູນຄ່າການກໍ່ສ້າງແລວ K ທັງຫມົດ 19,9 ຕື້ຢວນ ຫຼື ປະມານ 2,88 ຕື້ໂດລາສະຫະລັດ ແລະ ສໍາລັບແລວ A ແລະ B ແມ່ນມີມູນຄ່າ ສູງກວ່າແລວ K.

ກອງປະຊຸມເພື່ອປຶກສາຫາລືວຽກງານຄັ້ງນີ້ ຈັດໂດຍ ແຂວງຫຼວງພະບາງ, ໃນວັນທີ 6 ພະຈິກຜ່ານມານີ້, ໂດຍການເປັນປະທານ ຂອງຮອງເຈົ້າແຂວງຫຼວງພະບາງ, ທ່ານ ສຸກັນ ບຸນຍົງ, ມີຫົວຫນ້າພະແນກ ຍທຂ, ທ່ານ ບຣົງ ວ່າງ ຫວ່າງເຈຍຊ່າ, ມີຫົວຫນ້າພະແນກ ການທີ່ກ່ຽວຂ້ອງ,ຜູ້ຕາງຫນ້າຈາກເມືອງ, ບ້ານພ້ອມດ້ວຍວິຊາການ ເຂົ້າຮ່ວມ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...