Home​ຂ່າວທ່ອງທ່ຽວກະຊວງ ຖວທ ກຽມຫັນການທ່ອງ ທ່ຽວເປັນອຸດສາຫະກໍາ

ກະຊວງ ຖວທ ກຽມຫັນການທ່ອງ ທ່ຽວເປັນອຸດສາຫະກໍາ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຈ້ງໃຫ້ຮູ້ວ່າ: ໃນ 5 ປີຂ້າງໜ້າ, ນັບແຕ່ ປີ 2021-2025, ກະຊວງ ຖວທ ຈະສຸມໃສ່ພັດທະນາການທ່ອງທ່ຽວ,  ໂດຍສະເພາະຈະຫັນການທ່ອງ ທ່ຽວ ເປັນອຸດສາຫະກໍາ ແລະ  ເພີ່ມທະວີການຄຸ້ມຄອງການທ່ອງທ່ຽວ ຕາມລະບຽບກົດໝາຍໃຫ້ເຂັ້ມງວດ, ສ້າງແຫຼ່ງທ່ອງທ່ຽວ ແລະ ຜະລິດຕະພັນການທ່ອງທ່ຽວ ໃຫ້ມີຄວາມຫຼາກຫຼາຍ, ມີເອກະລັກ ແລະ ມີຈຸດສຸມຕາມທ່າແຮງເງື່ອນໄຂຕົວຈິງ ແລະ ຕາມທິດສີຂຽວຍືນຍົງ.

ນອກນັ້ນ, ຍັງຈະສົ່ງເສີມໃຫ້ຄົນລາວຫັນມາສູ່ ລາວທ່ຽວລາວ, ໃຊ້ຈ່າຍພາຍໃນລາວ, ກະຈາຍລາຍໄດ້ສູ່ທ້ອງຖິ່ນຫຼາຍຂຶ້ນໄປຄຽງຄູ່ກັບການໂຄສະນາລາວ ເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ຍົກລະດັບສີມື ແລະ ຄຸນນະພາບການບໍລິການດ້ານການທ່ອງທ່ຽວໃຫ້ສູງຂຶ້ນ ໄດ້ມາດຕະຖານຕາມຄວາມຕ້ອງການຂອງຕະຫຼາດ, ປັບປຸງການບໍລິການສະໜອງຂໍ້ມູນຂ່າວສານໃນຂອບເຂດທົ່ວປະເທດໃຫ້ດີຂຶ້ນ, ຊຸກຍູ້ຮູບແບບການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນເພື່ອພັດທະນາການທ່ອງທ່ຽວຕິດພັນກັບການມີສ່ວນຮ່ວມຂອງປະຊາຊົນ, ສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານການນໍາທ່ຽວ, ການບໍລິຫານຈັດການ, ການບໍລິການໃນທຸກຕໍາແໜ່ງທັງປະລິມານ ແລະ ຄຸນນະພາບ, ຮັບປະ ກັນຄວາມປອດໄພໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...