spot_img
Homeຂ່າວທ້ອງຖິ່ນແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແລະ ທິດທາງລວມ ​ປີ 2021-2025

ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ແລະ ທິດທາງລວມ ​ປີ 2021-2025

Published on

ໜັງສືພິມປະຊາຊົນ ລາຍງານໃຫ້ຮູ້ວ່າ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້​ລາຍ​ງານ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ, ແຜນ​ງົບປະມານ ແລະ ແຜນ​ເງິນຕາ​ປະຈຳ​ປີ 2020 ແລະ ທິດ​ທາງ​ແຜນການ​ປະຈຳ​ປີ 2021 ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 10 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ໃນ​ວັນ​ທີ 27 ຕຸລາ​ນີ້ ໃຫ້​ຮູ້​ວ່າ: ເສດຖະກິດ​ຂອງ ສປປ ລາວ​ໃນ​ປີ​ນີ້ ຄາດ​ວ່າ​ຈະ​ຂະຫຍາຍຕົວ​ພຽງ​ແຕ່ 3,3% ມູນ​ຄ່າ​ຕາມ​ລາຄາໃນ​ ປີ ປະມານ 173.138 ຕື້ກີບ, ໃນ​ນີ້ຂະແໜງ​ກະ​ສິ​ກໍາຂະ ຫຍາຍຕົວ​ຕາມ​ແຜນ​ດັດແກ້ 2,3% ກວມ​ເອົາ 16,6% ຂອງ GDP; ຂະແ​ໜງ​ອຸດ​ສາ​ຫະ​ກໍາ ຂະຫຍາຍຕົວ 9,8% ກວມ​ເອົາ 33% ຂອງ GDP (ແຜນ​ດັດແກ້ ຂະຫຍາຍຕົວ 6,8%) ແລະ ຂະແໜງ​ບໍລິການ -1,6% ກວມ​ເອົາ 39,5% ຂອງ GDP (ແຜນ​ດັດແກ້ ຂະຫຍາຍຕົວ 1,7%).

ສຳລັບ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ​ປີ 2021 ທ່ານນາຍົກລັດຖະມົນຕີ ກ່າວ​ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ ປະ​ຈໍາ​ປີ 2021 ແມ່ນ​ເພື່ອ​ຜັນ​ຂະຫຍາຍແຜນ ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ IX (2021-2025) ປະກອບ​ມີ:

  1. ນໍາ​ພາ​ປະເທດ ​ຊາດ​ໃຫ້​ສາມາດ​ບັນລຸເງື່ອນ ໄຂ ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະຖາ ນະ​ພາບ​ຄວາມ​ດ້ອຍພັດທະ ນາ(LDC),ປະຕິບັດ​ເປົ້າ ໝາຍ​ພັດທະນາ​ແບບ​ຍືນ​ຍົງ (SDGs), ຜັນ​ຂະຫຍາຍ​ຍຸດທະ ສາດ​ການ​ເຕີບ​ໂຕສີຂຽວ;
  2. ຮັບປະກັນການ​ພັດທະນາ​ໄປ​ຕາມ​ທິດ​ຍືນຍົງ, ສົມ​ດຸນ ແລະ ສີຂຽວ;
  3. ຮັບປະກັນ​ໃຫ້​ເສດຖະກິດມະຫາພາກ​ມີ​ສະຖຽນ​ລະ​ພາບ ແລະ ສົມ​ດຸນ​ກວ່າ​ເກົ່າ.

ສຳລັບ​ທິດ​ທາງ​ລວມ ມີ​ດັ່ງນີ້:

1) ຮັບປະກັນ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ຄວາມ​ສະຫງົບ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງ ຄົມ​ຢ່າງ​ໜັກ​ແໜ້ນ, ສ້າງ​ສັງ ຄົມ ​ສາມັກຄີ​ປອງ​ດອງ, ປອດ​ໄພ, ສີວິໄລ ແລະ ຍຸ​ຕິ​ທໍາ;
2) ປະຕິ​ຮູບ​ໂຄງ​ສ້າງ​ເສດຖະກິດ ເພື່ອ​ຍູ້​ເສດຖະກິດ​ໃຫ້​ສືບຕໍ່​ຂະຫຍາຍຕົວ ດ້ວຍ​ຄຸນ​ນະ​ພາບ​ທີ່​ດີ​ຂຶ້ນ ດ້ວຍ ການ​ປະຕິ​ຮູບ​ໂຄງ​ສ້າງ​ເສດຖະກິດ​ໃຫ້​ມີ​ຄວາມ​ສົມ​ດຸນ​ຕາມ​ຂົງເຂດ, ຂະແ​ໜງການ ແລະ ທ້ອງ ຖິ່ນ;
3) ພັດທະນາ​ຊັບພະຍາ ກອນ​ມະນຸດ ໃຫ້​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ​ຕື່ມ ເພື່ອ​ເປັນ​ປັດ​ໄຈ​ຊຸກຍູ້​ການ​ພັດທະນາເສດ​ຖະ​ກິດ​-​ສັງຄົມ, ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ມີ​ຄຸນ​ນະ​ພາບ​ຊີວິດ​ທີ່​ດີ​ຂຶ້ນ;
4) ຫັນ​ເປັນ​ອຸດ​ສາ​ຫະ​ກໍາ ແລະ ທັນ​ສະໄໝ ທີ່​ຕິດ​ພັນ​ກັບ​ອຸດ​ສາ​ຫະ​ກໍາ​ປຸງ​ແຕ່ງ ແລະ ການ​ຜະລິດ​ເປັນ​ສິນຄ້າ ໂດຍ​ສະເພາະ​ໃນ​ຂະແ​ໜງການ ແລະ ທ້ອງຖິ່ນ ທີ່​ມີ​ເງື່ອນໄຂຕິດ​ພັນ​ກັບ​ການ​ສົ່ງເສີມ​ການ​ຜະລິດ ແລະ ບໍລິການ​ຕາມ​ແລວທາງ​ລົດໄຟ​ລາວ​-​ຈີນ ໃນ​ພື້ນ​ທີ່ ທີ່​ມີ​ທ່າແຮງ​ຜະລິດ​ເພື່ອ​ເປັນ​ສິນຄ້າ, ປັບປຸງ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ກັບ​ພາກ​ພື້ນ ແລະ ສາກົນ;
5) ພັດທະນາ​ເສດຖະກິດ​ທີ່​ສະອາດ ແລະ ເປັນ​ມິດ​ຕໍ່​ສິ່ງແວດລ້ອມ, ປົກ​ປັກ​ຮັກສາ ແລະ ນໍາ​ໃຊ້ ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຍືນ​ຍົງ, ປະຢັດ ແລະ ມີ​ປະສິດ​ທິ​ຜົນ​ສູງ​ສຸດ; ສົ່ງເສີມ​ການ​ຜະລິດ​ອຸດ​ສາ​ຫະກໍາ​ຂະໜາດ​ນ້ອຍ ແລະ ຂະ​ໜາດ​ກາງ (SMEs), ສ້າງ ແລະ ຂະຫຍາຍຕົວ​ແບບ​ໃນ​ການ​ຜະລິດ​ໃຫ້​ຫຼາຍ​ຂຶ້ນ ແລະ ກະກຽມຂະຫຍາຍ​ກວ້າງ​ອອກ;
6) ເອົາໃຈໃສ່​ປະຕິ​ຮູບ​ລະບົບ​ການ​ບໍລິການ​ຂອງ​ລັດ ໃຫ້​ມີ​ຄວາມ​ໂລ່ງ​ລ່ຽນ, ກະທັດ​ຮັດ, ວ່ອງໄວ, ໂປ່​ງ​ໃສ ໂດຍ​ການ​ຫັນ​ເປັນ​ທັນ​ສະໄ​ໝ ບົນ​ຈິດໃຈ​ຮັບ​ໃຊ້ ແລະ ບໍລິການ​ປະຊາ ຊົນຢ່າງ​ແທ້​ຈິງ;
7) ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ຄູ່​ຮ່ວມ​ພັດທະນາ, ຕາມ​ຫຼັກການ​ຕ່າງ​ຝ່າຍ​ຕ່າງໄດ້​ຮັບ​ຜົນ​ປະໂຫຍດ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຂະບວນ​ການ​ເຊື່ອມ​ໂຍງ ແລະ ເຊື່ອມ​ຈອດ​ກັບ​ພາກ​ພື້ນ ແລະ ສາກົນ;
8) ສືບຕໍ່​ພັດທະນາ​ຊົນນະບົດ ແລະ ແກ້​ໄຂ​ຄວາມທຸກ​ຍາກຕິດ​ພັນ​ກັບ​ວຽກ​ງານ​ສ້າງ​ ແຂວງ​ເປັນ​ຫົວໜ່ວຍ​ຍຸດທະ ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວ​ໜ່ວຍ​ພັດທະນາ (3 ສ້າງ) ຢ່າງ​ແຂງແຮງ ແລະ ເຂົ້າ​ສູ່​ລວງ​ເລິກ​ຕື່ມ​ອີກ;
9) ສ້າງ​ສະຕິ​ສັງຄົມ, ສັງ ຄົມໃຫ້​ຫັນປ່ຽນ​ການ​ດໍາ​ລົງ​ຊີວິດ​ປະ​ຈໍາ​ວັນ, ການ​ທໍາ​ມາ​ຫາ​ກິນ ດ້ວຍ​ວິຖີ​ໃໝ່​ແບບ​ປົກ ກະຕິ (New Normal) ເຖິງ​ແມ່ນ​ວ່າ ສະພາບ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢູ່​ລາວ ຍັງ​ຢູ່​ໃນ​ໄລຍະ​ຫຼໍ່​ແຫຼມ​ຢູ່ ຫຼື ພາຍຫຼັງ​ໄດ້​ມີ​ການ​ຄວບ​ຄຸມ​ໄດ້ແລ້ວ​ນັ້ນ, ຢາກ​ໃຫ້​ສັງຄົມ​ຂອງ​ປະເທດ​ເຮົາ ຫັນ​ໄປ​ສູ່​ອັນ ​ໃ​ໝ່ທີ່​ກ້າວໜ້າ ທັນ​ສະໄ​ໝ ແລະ ມີ​ລະບຽບ​ວິໄນ​ດີ​ຂຶ້ນ​ກວ່າ​ເກົ່າ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...