spot_img
Homeຂ່າວທ້ອງຖິ່ນສືບຕໍ່ປະຕິບັດບັນດາມາດຕະການຕ້ານໂຄວິດ-19 ອອກໄປອີກໝົດປີນີ້

ສືບຕໍ່ປະຕິບັດບັນດາມາດຕະການຕ້ານໂຄວິດ-19 ອອກໄປອີກໝົດປີນີ້

Published on

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 31 ຕຸລາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດຮ້ານບັນເທິງ ແລະ ຮ້ານຄາຣາໂອເກະ ພ້ອມທັງສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ 2 ເດືອນ ນັບແຕ່ ວັນທີ 01 ພະຈິກ ຫາ 31 ທັນວາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ກັບມາໃນ ສປປ ລາວ ອີກ.

ລັດເຫັນດີເປີດຮ້ານບັນເທິງ ແລະ ຮ້ານຄາຣາໂອເກະ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານດໍາເນີນທຸລະກິດ ໂດຍໃຫ້ປະຕິບັດເວລາປິດ ຕາມດໍາລັດ ວ່າດ້ວຍການບັນເທິງສະບັບເລກທີ 315/ລຍ, ລົງວັນທີ 02 ຕຸລາ 2017 ແລະ ປະຕິບັດບັນດາມາດຕະການປ້ອງກັນເຊື້ອພະຍາດ, ການແຜ່ເຊື້ອ ແລະ ຮັກສາຄວາມສະອາດສະຖານທີ່ ຢ່າງເຂັ້ມງວດ.

ໃນນັ້ນ, ຍັງເຫັນດີ ໃຫ້ສືບຕໍ່ປຶກສາຫາລືນະໂຍບາຍຜ່ອນຜັນການເດີນທາງເຂົ້າ-ອອກ ປະເທດ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ, ສປປ ລາວ ແລະ ຍີ່ປຸ່ນ ແລະ ສປປ ລາວ ກັບບັນດາປະເທດອາຊຽນທີ່ສະເໜີເຂົ້າມາໃໝ່.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຮູ້ອີກວ່າ: ໃຫ້ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້.

ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸ ຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກ​ລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບ ບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດໂຄວິດ-19, ຍົກເວັ້ນນັກທ່ອງທ່ຽວເປັນກຸ່ມ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...