Homeຂ່າວຕ່າງປະເທດຍີ່ປຸ່ນກັງວົນທະເລສະອາດເກີນໄປກຽມອະນຸຍາດໃຫ້ປ່ອຍນໍ້າເສຍລົງທະເລໄດ້

ຍີ່ປຸ່ນກັງວົນທະເລສະອາດເກີນໄປກຽມອະນຸຍາດໃຫ້ປ່ອຍນໍ້າເສຍລົງທະເລໄດ້

Published on

ອີງຕາມແຫຼ່ງຂ່າວຈາກສຳນັກຂ່າວຍີ່ປຸ່ນ ລາຍງານໃຫ້ຮູ້ວ່າ ກະຊວງສິ່ງແວດລ້ອມຍີ່ປຸ່ນມີແຜນປະຕິບັດມາດຕະການຕ່າງໆ ເພື່ອບໍ່ໃຫ້ທະເລເຊໂຕະສະອາດເກີນໄປ ເຊິ່ງທາງກະຊວງເຊື່ອວ່າພາວະດັ່ງກ່າວເຮັດໃຫ້ທະເລຂາດສານອາຫານ ຈົນເຮັດໃຫ້ສາຫຼາຍຈືດ ແລະ ປະຊາກອນປາຫຼຸດລົງ ເຊິ່ງເປັນຜົນເສຍຕໍ່ອຸດສາຫະກຳປະມົງໃນທ້ອງຖິ່ນ.

ແຫຼ່ງຂ່າວຍັງບອກອີກວ່າ ກະຊວງຈະສະເໜີຮ່າງແກ້ໄຂກົດໝາຍສະບັບໜຶ່ງ ທີ່ຈະອະນຸຍາດໃຫ້ມີການຜ່ອນຜັນມາດຕະການອະນຸລັກສິ່ງອວດລ້ອມເຂົ້າສູ່ການພິຈາລະນາຂອງສະພາໃນຕົ້ນປີໜ້າ.

ຮ່າງກົດໝາຍສະບັບປັງປຸງນີ້ຄາດວ່າຈະອະນຸຍາດໃຫ້ຜູ້ບໍລິຫານຂອງບາງເມືອງທີ່ຢູ່ອ້ອມຮອບທະເລເຊໂຕະປ່ອຍນໍ້າເສຍ, ປ່ອຍນໍ້າອອກຈາກເຂື່ອນ ແລະ ອ່າງເກັບນໍ້າໄດ້ບາງເວລາ ເພື່ອເພີ່ມທາດອາຫານໃນທະເລ ໂດຍສະເພາະໃນຊ່ວງລະດູການໃບໄມ້ຫຼົ່ນຈົນຮອດລະດຸໃບໄມ້ປົ່ງໃນປີໜ້າ.  

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...