spot_img
Homeຂ່າວທ້ອງຖິ່ນເສັ້ນທາງ 4 ແຍກຕານມີໄຊ 3 ແຍກສີເກີດ ສຳເລັດການເທເບຕົງໜ້າທາງ 100%

ເສັ້ນທາງ 4 ແຍກຕານມີໄຊ 3 ແຍກສີເກີດ ສຳເລັດການເທເບຕົງໜ້າທາງ 100%

Published on

ໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກໄຟອຳນາດຕານມີໄຊ ເມືອງໄຊທານີ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ສຳເລັດການເທເບຕົງໜ້າທາງ 100% ແລະ ກຳລັງສຸມໃສ່ໜ້າວຽກທີ່ຍັງເຫຼືອ ໂດຍສະເພາະ ສືບຕໍ່ຕິດຕັ້ງເສົາໄຟເຍືອງທາງ ທາງຄົນຍ່າງ ດອນກາງທາງ ປ້າຍຈະລາຈອນ ເສັ້ນຈະລາຈອນ ເຊິ່ງຄາດວ່າຈະໃຫ້ສຳເລັດທ້າຍເດືອນ ພະຈິກ 2020.

ທ່ານ ຫຸມ­ພັນ ພະ​ດວງ​ເດດ ຫົວ­ໜ້າ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເບ​ຕົງ ແຕ່ 4 ແຍກ​ໄຟ​ອຳ­ນາດ​ຕານ​ມີ​ໄຊ ຫາ 3 ແຍກ​ສີ​ເກີດ ໃຫ້​ສຳ­ພາດ​ໂອ­ກາດ​ການ​ເທ​ເບ​ຕົງ​ສຳ­ເລັດ ວັນ​ທີ 23 ຕຸ­ລາ 2020 ວ່າ: ໂຄງ­ການ​ນີ້ ມີ​ຄວາມ​ຍາວ 9,37 ກິ­ໂລ­ແມັດ ກວ້າງ 28 ແມັດ ຊ່ອງ​ຈະ­ລາ­ຈອນ 6 ເລນ ຮັບ​ເໝົາ​ໂດຍ​ກຸ່ມ​ບໍ­ລິ­ສັດ​ຕັງ​ຈະ­ເລີນ ເລີ່ມ​ປະ­ຕິ­ບັດ​ແຕ່​ປີ 2016 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ, ສຳ­ເລັດ​ການ​ຍົກ­ຍ້າຍ​ສິ່ງ​ກີດ­ຂວາງ ວຽກ​ດິນ ເທ​ເບ​ຕົງ​ໜ້າ​ທາງ ສ່ວນ​ຮ່ອງ​ລະ­ບາຍ​ນ້ຳ ຄືບ​ໜ້າ​ຫຼາຍ​ກວ່າ 97% ປະ­ດັບ​ປະ­ດາ 60% ຕິດ​ຕັ້ງ​ເສົາ​ໄຟ​ເຍືອງ​ທາງ 60% ທາງ​ຍ່າງ 7,53 ກິ­ໂລ­ແມັດ ດອນ​ກາງ​ທາງ 7,58 ກິ­ໂລ­ແມັດ ສັງ​ລວມ​ແລ້ວ ໂຄງ­ການ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ກວ່າ 97% ຂອງ​ໜ້າ​ວຽກ​ທັງ​ໝົດ ສຳ­ລັບ​ໜ້າ​ວຽກ​ທີ່​ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ ແມ່ນ​ສຸມ​ໃສ່​ເທ​ເບ​ຕົງ​ທາງ​ຊອຍ ກໍ່­ສ້າງ​ທາງ​ຄົນ​ຍ່າງ ແລະ ດອນ​ກາງ​ທາງ ຕິດ​ຕັ້ງ​ປ້າຍ​ຕ່າງໆ ແຕ້ມ​ເສັ້ນ​ຈະ­ລາ­ຈອນ ແລະ ອະ­ນາ­ໄມ ເຊິ່ງ​ຈະ​ໃຫ້​ສຳ­ເລັດ ແລະ ຈັດ​ພິ­ທີ​ມອບ-ຮັບ​ ກ່ອນ​ວັນ​ທີ 30 ພະ­ຈິກ 2020.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...