ໃນປະຫວັດສາດຂອງຊາດ, ປະເທດລາວມີພຽງ ທ່ານ ດຣ, ອານູລັກ ກິດຕິຄຸນ ໃນນາມຄົນລາວພຽງໜຶ່ງດຽວທີ່ໄດ້ເຮັດວຽກກັບຫ້ອງການເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດປະຈຳ ເມືອງນິວຢ໋ອກ ເຊິ່ງດຳລົງຕຳແໜ່ງໃນນາມຫົວໜ້າຫ້ອງການປະຈຳພູມີພາກປາຊີຟິກ ທີ່ກົມກິດຈະການທາງການເມືອງ ແລະ ການສ້າງສັນຕິພາບແຫ່ງສະຫະປະຊາດ ນັບແຕ່ປີ 2010 ເຖິງ 2014.
ເນື່ອງໃນໂອກາດທີ່ອົງການສະຫະປະຊາຊາດ (UN) ກຳລັງຊອກຫາບຸກຄະລາກອນທີ່ເປັນຄົນລາວ ຜູ້ທີ່ມີຄຸນສົມບັດເໝາະສົມ ເພື່ອສະໝັກເຂົ້າຮ່ວມໂຄງການ Young Professionals Programme (YPP) ປະຈຳປີ 2020, ທາງທີມງານ Laopost ຈິ່ງໄດ້ເຊີນທ່ານ ປອ ອານູລັກ ກິດຕິຄຸນ ໃນນາມເປັນຄົນລາວຜູ້ທຳອິດທີ່ໄດ້ເຄີຍປະຈຳການທີ່ຫ້ອງການເລຂາທິການສະຫະປະຊາຊາດປະຈຳນິວຢອກ, ເພື່ອມາໂອ້ລົມກ່ຽວກັບທີ່ໄປທີ່ມາ ແລະ ວິທີການປູທາງໄປສູ່ຕຳແໜ່ງຫົວໜ້າຫ້ອງການຍຸດທະສາດ ແລະ ການຮ່ວມມື ທີ່ຄະນະກຳມາທິການແມ່ນໍ້າຂອງ (MRC).
“ຂ້າພະເຈົ້າອາດຈະເປັນຄົນທຳອິດ, ແຕ່ກໍບໍ່ໝາຍຄວາມວ່າຈະເປັນຄົນສຸດທ້າຍແນ່ນອນ,” ທ່ານ ປອ ອານູລັກກ່າວແບບເປັນກັນເອງ.
ທ່ານ ດຣ. ອານູລັກໄດ້ກ່າວວ່າ ການເຮັດວຽກກັບ UN ທີ່ສຳນັກງານໃຫຍ່ປະຈຳເມືອງນິວຢອກນັ້ນ ຖືໄດ້ວ່າແມ່ນຄວາມຝັນທີ່ເປັນຄວາມຈິງ. ທ່ານຢໍ້າຕື່ມວ່າ ບັນດາສະມາຊິກທີ່ເຂົ້າເຮັດວຽກໃນທີ່ນັ້ນບໍ່ພຽງແຕ່ເປັນບຸກຄົນທີ່ເກັ່ງ ແລະມີຄວາມສາມາດຫຼາຍທີ່ສຸດເທົ່ານັ້ນ ແຕ່ຍັງແມ່ນບຸກຄົນທີ່ມີອຸດົມ ການນຳອີກ.
“ເພື່ອນຮ່ວມງານຂອງຂ້າພະເຈົ້າປາຖະໜາທີ່ຈະນຳໃຊ້ໄຫວພິບ ແລະສະຕິປັນຍາຂອງຕົນເພື່ອຊ່ວຍເຫຼືອໂລກໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະ ຄວາມຂັດແຍ່ງ. ທຸກໆບ່ອນທີ່ພວກເຮົາເດີນທາງໄປເຖິງໃນນາມທີມງານ UN ຈາກນິວຢອກ, ພວກເຮົາໄດ້ຮັບຄວາມເຄົາລົບ ແລະ ເຫັນຄວາມສຳຄັນຂອງວຽກທີ່ເຮົາເຮັດ.”
ພາລະກິດທີ່ທ້າທາຍອັນໜຶ່ງຂອງທ່ານອານູລັກກໍຄື ນຳພາການກະກຽມສຳລັບການຢ້ຽມຢາມຢ່າງເປັນທາງການຂອງ UNSG (ເລຂາທິການໃຫຍ່) ໃນບັນດາປະເທດກຸ່ມເກາະໃນມະຫາສະໝຸດປາຊີຟິກ ແລະ ການມີສ່ວນຮ່ວມໃນກອງປະຊຸມຜູ້ນຳອົງກອນລະດັບພູມີພາກຂອງປະເທດໃນມະຫາສະໝຸດປາຊີຟິກ ໃນປີ 2010, ເຊິ່ງທ່ານໄດ້ຈົດຈຳໃລຍະເວລາອັນຕຶງຄຽດ, ລວມທັງກຳນົດເວລາແບບຮີບດ່ວນ, ເຊິ່ງມີຫຼາຍຝ່າຍ ແລະຫຼາຍປັດໄຈທີ່ຕ້ອງໄດ້ພິຈາລະນາ. ແຕ່ໃນທີ່ສຸດ, ທ່ານກໍໄດ້ເດີນທາງໃນນາມສະມາຊິກຂອງຂະບວນຄາລາວານຮ່ວມກັບ ທ່ານ ບັນ ກິມູນ ເລຂາທິການໃຫຍ່ປະຈຳອົງການສະຫະປະຊາຊາດ.
ທ່ານ ດຣ. ອານູລັກກ່າວຕໍ່ວ່າ: ທຽບໃສ່ການປະກອບສ່ວນຂອງປະເທດລາວໃນ UN ແລ້ວ, ຄວນມີຄົນລາວເຮັດວຽກຢູ່ສຳນັກງານໃຫຍ່ UN ປະຈຳນິວຢອກຢ່າງໜ້ອຍກໍແມ່ນຫົກ ຫຼື ເຈັດຄົນ. ເຖິງຢ່າງໃດກໍຕາມທ່ານກໍຍັງແມ່ນຄົນລາວພຽງຜູ້ດຽວທີ່ໄດ້ມີໂອກາດເຮັດວຽກປະຈຳຫ້ອງການເລຂາທິການຂອງສະຫະປະຊາຊາດໃນຊຸມປີ 2010 ເຖິງ 2014.
ທ່ານ ປອ ອານູລັກ ກ່າວແນະນຳວ່າ: ສຳລັບຜູ້ທີ່ຕ້ອງການເຮັດວຽກຢູ່ຕ່າງປະເທດ ຫຼື ເປັນສ່ວນໜຶ່ງຂອງອົງການຈັດຕັ້ງສາກົນ ຈຳເປັນຕ້ອງມີຄວາມກະຕືລືລົ້ນໃນການເຮັດວຽກ, ແລະພະຍາຍາມຢ່າງເຕັມທີ່ໃນການເບິ່ງກວ້າງເຫັນໄກ ແລະເບິ່ງໂລກໃຫ້ກວ້າງຂຶ້ນ.
ຂັ້ນຕອນທຳອິດເພື່ອເຮັດໃຫ້ບັນລຸເປົ້າໝາຍນັ້ນກໍຄື ການພັດທະນາທັກສະພາສາຕ່າງປະເທດ, ໂດຍສະເພາະກໍແມ່ນພາສາອັງກິດ, ທ່ານ ປອ ອານູລັກກ່າວເພີ່ມອີກວ່າ: ການໄດ້ຮັບທຶນການສຶກສາຢູ່ຕ່າງປະເທດອາດເປັນຫົນທາງຊ່ວຍໄດ້ຫຼາຍ, ແຕ່ກໍບໍ່ແມ່ນສິ່ງຈຳເປັນທັງໝົດເມື່ອອີງໃສ່ເງື່ອນໄຂໃນປັດຈຸ ບັນ.
ສິ່ງສຳຄັນນັ້ນກໍຄືທ່ານໄດ້ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການພັດທະນາທັກສະພື້ນຖານທີ່ດີ, ລວມທັງທັກສະດ້ານອາລົມ ເຊັ່ນ ການຄິດວິເຄາະ, ການຂຽນ ແລະ ການເວົ້າໃນສິ່ງທີ່ຖືກຕ້ອງ ແລະຊັດເຈນ.
“ທັງນີ້ກໍຍ້ອນວ່າສິ່ງເຫຼົ່ານີ້ແມ່ນຮາກຖານຂອງການຊຶມຊັບຄວາມຮູ້ເພີ່ມ, ທັງສ້າງເພື່ອນໃໝ່ ແລະ ສ້າງເຄືອຂ່າຍໃຫ້ຫຼາຍຂຶ້ນ, ແລະຍັງສະທ້ອນໃຫ້ເຫັນເຖິງຄວາມສຳເລັດ ແລະ ຄວາມຫຼົ້ມເຫຼວຂອງຕົນໄດ້ນຳອີກ.” ທ່ານ ປອ ອານູລັກກ່າວ.
ເມື່ອຫວນຄືນຊ່ວງປີ 1988 ເຊິ່ງເປັນເວລາທີ່ທ່ານໄດ້ເດີນທາງອອກຈາກປະເທດລາວເພື່ອມຸ່ງໜ້າໄປຍັງປະເທດສະຫະລັດອາເມລິກາ, ທ່ານ ປອ ອານູລັກ ໄດ້ເວົ້າເຖິງສະພາບແວດລ້ອມ ແລະ ໂຄງສ້າງພື້ນຖານສຳລັບການສຶກສາໃນລາວທີ່ຍັງມີຫຼາຍຂອດທີ່ຕ້ອງໄດ້ຮັບການປັບປຸງ.
ໂດຍສະເພາະ, ສິ່ງທີ່ທ່ານຢາກຈະບອກງ່າຍໆນັ້ນກໍຄື ຄວາມສາມາດໃນການເຂົ້າເຖິງແຫຼ່ງຂໍ້ມູນອອນລາຍນັ້ນເອງ.
“ຕອນຂ້າພະເຈົ້າເປັນເດັກນ້ອຍນັ້ນແມ່ນບໍ່ມີ YouTube ເທື່ອ,” ທ່ານ ໄດ້ກ່າວພ້ອມຮອຍຍິ້ມ. “ຄັງຄວາມຮູ້ມີເຕັມຢູ່ໃນນັ້ນ. ສິ່ງສຳຄັນຕ້ອງມີທັດສະນະຄະຕິແຫ່ງຄວາມກະຕືລືລົ້ນຫຼາຍຂຶ້ນ ແລະ ພ້ອມທີ່ຈະນຳໃຊ້ປະໂຫຍດຈາກສິ່ງທີ່ມີຢູ່ເຫຼົ່ານີ້.”
ທັງໝົດນັ້ນຈະຊີ້ໃຫ້ເຫັນວ່າ “ພາວະສະໝອງໄຫຼ” ເຊິ່ງຍັງເປັນບັນຫາສຳລັບປະເທດກຳລັງພັດທະນາ ໂດຍສະເພາະກໍແມ່ນປະເທດລາວ ໃນຂະນະທີ່ມີນັກສຶກສາເປັນຫຼາຍຮ້ອຍຄົນຕ້ອງການສຶກສາຕໍ່ ຫຼື ເຮັດວຽກຢູ່ຕ່າງປະເທດນັ້ນ, ທ່ານ ອານູລັກຊໍ້າພັດມີແນວທາງທີ່ຄິດຕ່າງອອກໄປ.
ນີ້ກໍແມ່ນສາເຫດມາຈາກໜຶ່ງໃນແຮງຈູງໃຈຫຼັກທີ່ເຮັດໃຫ້ທ່ານສາມາດເຮັດວຽກກັບອົງການສະຫະປະຊາຊາດໄດ້ນັ້ນກໍຄື ຄວາມປາຖະໜາອັນແຮງກ້າໃນການທີ່ຈະມີສ່ວນຮ່ວມໃນປະເທດບ້ານເກີດຂອງຕົນ ດ້ວຍການເປັນສ່ວນໜຶ່ງຂອງອົງການຈັດຕັ້ງສາກົນໃນຖານະພົນລະເມືອງລາວຄົນໜຶ່ງ. ແຮງຈູງໃຈທີ່ຄ້າຍຄືກັນນີ້ ແມ່ນມີບົດບາດສຳຄັນເປັນຢ່າງຍິ່ງ ເມື່ອທ່ານຕັດສິນໃຈເຂົ້າຮ່ວມເຮັດວຽກກັບ MRC ໃນປີ 2012.
ທ່ານ ປອ ອານູລັກ ໃຊ້ເວລາເກືອບແປດປີໃນການເຮັດວຽກກັບ MRC, ແລະ ລະຫວ່າງການເຮັດວຽກນັ້ນ, MRC ໄດ້ກາຍເປັນໜ່ວຍງານທີ່ສຳຄັນໃນລະດັບພູມີພາກ, ເຊິ່ງບັນດາຄະນະກຳມາທິການສາກົນກໍໄດ້ໃຫ້ຄວາມສົນໃຈຢ່າງໃກ້ຊິດ.
“ຂ້າພະເຈົ້າຮູ້ສຶກຄືກັບວ່າ ຕົນເອງ ກັບ MRC ກຳລັງເຕີບໂຕພ້ອມໆກັນ,” ທ່ານກ່າວຢ່າງພາກພູມໃຈ.
ບໍ່ແມ່ນເລື່ອງຍາກເລີຍທີ່ຈະເວົ້າໄດ້ວ່າທ່ານມີຄວາມພ້ອມຢ່າງເຕັມທີ່ ເພື່ອຈະປູທາງໄປສູ່ເສັ້ນທາງສາຍໃໝ່ອີກຄັ້ງໜຶ່ງ.
ປຶ້ມເຫຼັ້ມໃໝ່ຊື່ວ່າ “River Basin Organizations in Water Diplomacy” ເຊິ່ງຈະໄດ້ເປີດໂຕໃນທ້າຍເດືອນພະຈິກຂອງປີນີ້, ເຫັນໄດ້ວ່າ ທ່ານ ອານູລັກ ໄດ້ມີສ່ວນຮ່ວມທັງທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ໃນການຈັດການຄຸ້ມຄອງແມ່ນໍ້າສາກົນ ແລະມີບົດບາດສຳຄັນຂອງອົງການຈັດຕັ້ງລຸ່ມແມ່ນໍ້າຂອງຢ່າງ MRC.
“ເຖິງແມ່ນວ່າຂ້າພະເຈົ້າຈະໄດ້ຮັບຕຳແໜ່ງຂ້ອນຂ້າງດີ ແລະມີໜ້າທີ່ຮັບຜິດຊອບທີ່ຫຼາກຫຼາຍໃນຂະນະນີ້, ແຕ່ຂ້າພະເຈົ້າຕ້ອງການຢາກຈະເຫັນຕົນເອງມີບົດບາດສຳຄັນຫຼາຍຍິ່ງຂຶ້ນໃນອົງການຈັດຕັ້ງໃນສອງສາມປີຂ້າງໜ້ານີ້, ເຊິ່ງຈະຊ່ວຍຜັກດັນໃຫ້ຂ້າພະເຈົ້າມີສ່ວນຮ່ວມໃນລາວ, ທັງໃນເຂດລຸ່ມແມ່ນໍ້າຂອງ ກໍຄືໃນໂລກ,” ທ່ານ ອານູລັກກ່າວ.
ຮຽບຮຽງຂ່າວ: ພຸດສະດີ