Homeນານາສາລະພະ­ລັງ­ງານ​ຈາກ​ນ້ຳ ຂົ່ມ­ຂູ່​ເສດ­ຖີ​ນ້ຳ­ມັນ

ພະ­ລັງ­ງານ​ຈາກ​ນ້ຳ ຂົ່ມ­ຂູ່​ເສດ­ຖີ​ນ້ຳ­ມັນ

Published on

oil-well-art-d0e8499fbec07478
(ພາບປະກອບ)

 

ອັນ​ທີ່​ຈິງ​ໃນ​ໂລກ​ນີ້​ມີ​ປະ­ເທດ​ມະ­ຫາ​ອຳ­ນາດ​ທາງ​ເສດ­ຖະ­ກິດ ​ໄດ້​ພັດ­ທະ­ນາ​ການ​ໃຊ້​ນ້ຳ­ມັນ​ເຊື້ອ​ໄຟ​ຈາກ​ນ້ຳ​ສຳ­ເລັດ​ຜົນ​

ມາ​ແລ້ວ ໂດຍ​ແຍກ H2 ຈາກ H2Oມາ​ໃສ່​ໝໍ້​ໄຟ ເພື່ອ​ຂັບ​ເຄື່ອນ​ເຄື່ອງ​ຈັກ​ແທນ​ນ້ຳ­ມັນ… ແຕ່​ມັນ​ບໍ່​ໂດດ​ເດັ່ນບໍ່​ກ້າວ

​ໄປ​ໄວ​ຍ້ອນ​ຫຍັງ?

 

ຍ້ອນ​ວ່າ​ພະ­ລັງ­ງານ​ນີ້​ມັນ​ຈະ​ລົ້ມ​ເສດ­ຖີ​ນ້ຳ­ມັນ ລົ້ມ​ລະ­ບົບ​ເສດ­ຖະ­ກິດ​ອາ​ເມ​ຣິ​ກາ ທີ່​ເອົາ​ຄ່າ​ຂອງ​ເງິນ​ໂດ​ລາ​ຜູກ­ຂາດ​ກັບ​

ລາ­ຄາ​ນ້ຳ­ມັນ… ບໍ່​ທໍ່​ນັ້ນ ການ​ໃຊ້​ພະ­ລັງ­ງານ​ອື່ນ​ແທນ​ນ້ຳ­ມັນ​ຍັງ​ມີ​ຜົນ​ຕໍ່​ການ​ຈັດ​ລະ­ບຽບ​ໂລກ ເພາະ​ຄ່າ​ເງິນ​ໂດ​ລາ​ສະ

­ຫະ­ລັດ (Petrodollar) ຜູກ​ພັນ​ຢູ່​ກັບ​ລະ­ບົບ​ອຸດ­ສາ­ຫະ­ກຳ​ນ້ຳ­ມັນ​ໂລກ ເຊິ່ງ​ມີ​ສະ­ຫະ­ລັດ+ຊາ​ອຸ​ດິ​ອາ​ລາ​ເບຍ+ກຸ່ມ APEC

ແລະ ກຸ່ມ​ບໍ­ລິ­ສັດ​ນ້ຳ­ມັນ Seven Sisters ທີ່​ຄອບ​ງຳ​ລະ­ບົບ​ພະ­ລັງ­ງານ​ໂລກ​ນັ້ນ ພວກ​ເຂົາ​ກຳ­ນົດ​ໃຫ້​ນ້ຳ­ມັນ​ເປັນ​ເຄື່ອງ­ມື​

ຄ້ຳ­ປະ­ກັນ​ຄ່າ​ເງິນ​ໂດ​ລາ ເຮັດ​ໃຫ້​ເງິນ​ໂດ​ລາ ທີ່​ເມື່ອ​ກ່ອນ​ຄ້ຳ­ປະ­ກັນ​ດ້ວຍ​ລາ­ຄາ​ຄຳ ຖືກ​ຍົກ­ເລີກ​ໃນ​ສະ­ໄໝ​ປະ­ທາ­ນາ­ທິ­ບໍ­ດີ

ນິກ​ສັນ ຂອງ​ອາ​ເມ​ຣິ​ກາ (1971) ເອີ້ນ​ວ່າ: ຍົກ­ເລີກ​ລະ­ບົບ​ມາດ­ຕະ­ຖານ​ຄຳ (Gold Exchange Standard) ໂດຍ​ອາ​ເມ​ຣິ​

ກາ ຮ່ວມ​ກັບ​ຊາ​ອຸ​ດິ​ອາ​ລາ​ເບຍ ອອກ​ຂໍ້​ຕົກ­ລົງ​ລາ­ຄາ​ຊື້​ຂາຍ​ນ້ຳ­ມັນ​ຕ້ອງ​ເປັນ​ເງິນ​ໂດ​ລາ​ທໍ່​ນັ້ນ ເຊິ່ງ​ໃນ​ເວ­ລາ​ນັ້ນ​ບໍ­ລິ­ສັດ​

ນ້ຳ­ມັນ​ຍັກ​ໃຫຍ່​ໃນ​ໂລກ​ກໍ່​ມີ​ແຕ່ 7 ບໍ­ລິ­ສັດ ເຊິ່ງ​ເອີ້ນ Seven Sisters ເຊັ່ນ: SHELL ESSON B.P Standard oil Chevr

-on UNOCAR… ທີ່​ຄວບ​ຄຸມ​ພະ­ລັງ­ງານ​ນ້ຳ­ມັນ 85% ຂອງ​ຕະ­ຫຼາດ​ໂລກ ໝາຍ​ຄວາມ​ວ່າ​ໃຜ​ຢາກ​ໄດ້​ນ້ຳ­ມັນ​ກໍ່​ຕ້ອງ​ມີ​

ເງິນ​ໂດ​ລາ​ໃນ​ກຳ­ມື ຈາກ​ຄຳ​ຄ້ຳ­ປະ­ກັນ​ເງິນ​ໂດ​ລາ​ກໍ່​ກາຍ­ເປັນ​ຄຳ​ດຳ (ນ້ຳ­ມັນ) ໜູນ​ຫຼັງ.

 

ລະ­ບົບ​ນີ້​ເຮົາ​ໃຫ້​ອາ​ເມ​ຣິ​ກາ​ຄອງ​ຄວາມ​ມັ່ງ​ຄັ່ງ​ເປັນ​ເສດ­ຖີ​ໂລກ​ຢູ່​ຫຼາຍ​ສິບ​ປີ ແລະ ມີ​ສິດ​ຊີ້​ຕີນ​ຊີ້​ມື​ໄປ​ຈັດ­ການ​ທຸກ​ບັນ­

ຫາ​ໃນ​ໂລກ ຈົນ​ວ່າ​ມາ​ເຖິງ​ປາຍ​ສະ­ໄໝ ຈອດ ດັບ​ເບິນ​ຢູ ບຸ​ສ ເກີດ​ວິ​ກິດ​ໜີ້​ສິນ​ເກີນ​ເພ­ດານ​ລາມ​ປາມ​ມາ​ເຖິງ​ສະ­ໄໝ

ໂອ​ບາ​ມາ ພີ້ ບັນ­ດາ​ປະ­ເທດ​ທີ່​ມີ​ເງິນ​ໂດ​ລາ​ໃນ​ກຳ­ມື​ຫຼາຍ​ໄປ​ຊື້​ພັນ­ທະ­ບັດ​ ລັດ­ຖະ­ບານ​ອາ​ເມ​ຣິ​ກາ ຈິ່ງ​ເລີ່ມ​ກັງ­ວົນ ເພາະ​

ອາ​ເມ​ຣິ​ກາ​ບໍ່​ມີ​ເງິນ​ໄປ​ໃຊ້​ໜີ້ ເກີດ​ບັນ­ຫາ Government shutdown ຈິ່ງ​ຮູ້​ທາດ​ແທ້​ຂອງ​ເຈົ້າ​ພໍ່​ທຶນ​ນິ­ຍົມ.

 

ເວົ້າ​ກວ້າງ​ໄປ​ເພື່ອ​ຢາກ​ໃຫ້​ຜູ້​ອ່ານ​ເຂົ້າ­ໃຈ​ວ່າ ເປັນ​ຫຍັງ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ຈາກ​ນ້ຳ​ຈິ່ງ​ບໍ່​ໄປ​ບໍ່​ມາ… ມັນ​ແມ່ນ

​ຍ້ອນ​ການ​ຂັດ​ຜົນ​ປະ­ໂຫຍດ​ຂອງ​ເສດ­ຖີ​ນ້ຳ­ມັນ​ນັ້ນ​ເອງ ແຕ່​ກໍ່​ບໍ່​ໝາຍ​ຄວາມ​ວ່າ ຄວາມ​ຫວັງ​ຂອງ​ມະ­ນຸດ​ຈະ​ໝົດ​ສິ້ນ

​ໄປ ຍັງ​ມີ​ການ​ຊຸກ­ຍູ້​ໃຫ້​ມີ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ນີ້​ຕໍ່​ໄປ ຫຼ້າ​ສຸດ​ແຫຼ່ງ​ຂ່າວ​ຕ່າງ­ປະ­ເທດ (ໜັງ­ສື­ພິມ ASTV) ຜູ້​ຈັດ

­ການ​ຂອງ​ໄທ ວັນ​ທີ 23 ກັນ­ຍາ 2014) ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ສຳ­ນັກ­ງານ Reuters ໃຫ້​ຮູ້​ວ່າ: ຈອນ​ດີ ຣັອກ​ກີ້ ເຟລ​ເລີ

ມະ­ຫາ​ເສດ­ຖີ​ຂອງ​ກິດ­ຈະ­ການ​ນ້ຳ­ມັນ Standard oil ແລະ ອົງ­ການ​ກຸ­ສົນ ຕະ­ຫຼອດ​ຈົນ​ຜູ້​ຄອບ​ຄອງ​ຊັບ​ສິນ​ໄດ້​ອອກ​ມາ​

ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຕໍ່​ກອງ​ ປະ­ຊຸມ ສປຊ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ສະ­ພາບ​ອາ­ກາດ​ໂລ​ກວ່າ ເຂົາ​ຈະ​ຖອນ​ທຶນ​ຈາກ​ທຸ­ລະ​

ກິດ​ນ້ຳ­ມັນ​ເຊື້ອ​ໄຟ​ຟອສ​ຊິດ ທັງ​ໝົດ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລາ ໃນ​ໄລ­ຍະ​ເວ­ລາ 5 ປີ ມາ​ທຸ້ມ­ເທ​ໃສ່​ການ​ພັດ­ທະ­ນາ​ພະ­

ລັງ­ງານ​ສະ­ອາດ​ຈາກ​ນ້ຳ ຈາກ​ແຫຼ່ງ​ຂ່າວ​ດັ່ງ­ກ່າວ ມັນ​ກາຍ​ເປັນ­ຄວາມ​ຫວັງ​ໃໝ່​ໃຫ້​ແກ່​ຊາວ​ໂລກ​ຂຶ້ນ​ມາ​ທັນ­ທີ ເພາະ​ມີ​

ທາງ​ເລືອກ​ອີກ​ຊ່ອງ​ທາງ​ໃໝ່ ບໍ່​ແມ່ນ​ຈະ​ຂຶ້ນ​ກັບ​ພະ­ລັງ­ງານ​ຈາກ​ນ້ຳ­ມັນ​ແບບ​ຜູກ­ຂາດ​ຢ່າງ​ດຽວ ເວ­ລາ​ນັ້ນ​ບັນ­ດາ​ປະ­

ເທດ​ເສດ­ຖີ​ນ້ຳ­ມັນ​ທັງ­ຫຼາຍ​ຄົງ​ຕ້ອງ​ປັບ­ປຸງ​ທ່າ​ ທີ່​ຂອງ​ຕົນ​ໃໝ່​ໃນ​ເວ­ທີ​ໂລກ ເປັນ­ຕົ້ນ​ແມ່ນ​ການ​ຈັດ​ລະ­ບຽບ​ໂລກ​ໃໝ່.

ແຫຼ່ງ​ຂ່າວ​ຈາກ​ຕ່າງ­ປະ­ເທດ​ເນັ້ນ​ວ່າ: ບັນ­ຫາ​ນີ້​ອາ​ເມ​ຣິ​ກາ ແລະ ພັກ​ພວກ​ບໍ່​ຢາກ​ໃຫ້​ເກີດ ແລະ ຢ້ານ​ກົວ​ເປັນ​ທີ່​ສຸດ

ເພາະ​ດຽວ­ນີ້ ບັນ­ດາ​ກຸ່ມ​ປະ­ເທດ​ເສດ­ຖະ­ກິດ​ເກີດ​ໃໝ່ ເຊັ່ນ: S.C.O BRIC EEU ກໍ່​ເປັນ​ຄູ່​ແຂ່ງ​ທີ່​ເປັນ­ຕາ​ຢ້ານ​ຢູ່​ແລ້ວ !

ພວກ​ເຮົາເຈົ້າຂ້ອຍ​ກໍ່​ຕ້ອງ​ໄດ້​ຕິດ­ຕາມ​ເບິ່ງ​ນຳ​ກັນ​ນໍ?

 

ບົດຄວາມໂດຍ: ທິດດີ  (ຄໍລຳນານາສາລະ http://vientianemai.net/teen/khao/2/12903)

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...