Homeຂ່າວທ້ອງຖິ່ນສປປ ລາວ ມີລາຍງານຜູ້ຕິດໂຄວິດ-19 ເພີ່ມ 1 ກໍລະນີ

ສປປ ລາວ ມີລາຍງານຜູ້ຕິດໂຄວິດ-19 ເພີ່ມ 1 ກໍລະນີ

Published on

ຕາມການລາຍງານຂອງ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຄະນະສະເພາະກິດໂຄວິດ-19 ຖະແຫຼງຂ່າວ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ອີກ 1 ຄົນ ເປັນນັກສຶກສາລາວ ຮຽນຢູ່ ສ ຣັດເຊຍ ເດີນທາງມາຮອດ ສປປ ລາວ ໃນວັນທີ 18 ຕຸລາ ແລະ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້າຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດກຳນົດໄວ້, ວັນທີ 20 ຕຸລາ 2020 ຜົນກວດ ແມ່ນພົບເຊື້ອພະຍາດ ໂຄວິດ-19.

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 24 ເປັນເພດຊາຍ ອາຍຸ 23 ປີ, ສັນຊາດລາວ, ອາໄສຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ອາຊີບນັກສຶກສາລາວ ຮຽນຢູ່ ສ ຣັດເຊຍ, ຜູ້ກ່ຽວຈຳກັດບໍລິເວນຢູ່ສູນ ທີ່ຄະນະສະເພາະກິດກຳນົດໄວ້ ແລະ ຢູ່ໃນຫ້ອງຄົນດຽວ.

ຕາມການບອກເລົ່າຂອງຜູ້ກ່ຽວ:ວັນທີ 2-3 ກັນຍາ 2020ຜູ້ກ່ຽວມີອາການໄຂ້, ໄອ, ເມື່ອຍ ແລະ ດັງບໍ່ໄດ້ກິ່ນ, ຜູ້ກ່ຽວໄດ້ຈຳກັດບໍລິເວນຕົນເອງ ຢູ່ຫ້ອງ ໃນຫໍພັກ ແລະ ບໍ່ໄດ້ໄປພົບແພດ. ປະມານ 1 ອາທິດ ຜູ້ກ່ຽວມີອາການດີຂຶ້ນ ແຕ່ຍັງສືບຕໍ່ ມີອາການດັງບໍ່ໄດ້ກິ່ນ.
ວັນທີ 6 ຕຸລາ 2020 ຜູ້ກ່ຽວມີຈຸດປະສົງຢາກເດີນທາງກັບ ສປປ ລາວ, ຈຶ່ງໄດ້ເດີນທາງໄປກວດຢູ່ໂຮງໝໍ.
ວັນທີ 9 ຕຸລາ 2020 ຜົນກວດພົບເຊື້ອພະຍາດໂຄວິດ-19, ຈຶ່ງໄດ້ເດີນທາງໄປຈຳກັດບໍລິເວນຕົນເອງຢູ່ສູນ, ທາງໂຮງຮຽນຈຶ່ງໄດ້ແຈ້ງສະຖານທູດລາວປະຈໍາຣັດເຊຍ.
ວັນທີ 12 ຕຸລາ 2020 ຜົນກວດພົບບໍ່ພົບເຊື້ອພະຍາດໂຄວິດ-19, ຜູ້ກ່ຽວຈຶ່ງໄດ້ເດີນທາງກັບມາຫໍພັກ ເພື່ອກຽມໂຕຂຶ້ນຍົນບິນກັບ ສປປ ລາວ.
ວັນທີ 14 ຕຸລາ 2020 ເດີນທາງອອກຈາກຫໍພັກ ໄປເມືອງ ມົດສະກູສ ຣັດເຊຍ.

ວັນທີ 15 ຕຸລາ 2020ເດີນທາງອອກຈາກເມືອງມົດສະກູສ ຣັດເຊຍ ມາຫາ ປາຣີ, ປະເທດຝຣັ່ງ.
ວັນທີ 16 ຕຸລາ 2020 ເດີນທາງອອກຈາກ ປາຣີປະເທດຝຣັ່ງ ມາຮອດ ອິນຊອນສ ເກົາຫຼີ ໃນວັນທີ 17 ຕຸລາ.
ວັນທີ 17 ຕຸລາ 2020 ເດີນທາງອອກຈາກອິນຊອນ ສ ເກົາຫຼີ ມາສະໜາມບິນວັດໄຕ.
ວັນທີ 18 ຕຸລາ 2020 ມາຮອດ ສປປ ລາວ ໄດ້ຖືກເກັບຕົວຢ່າງເພື່ອກວດຫາເຊື້ອພະຍາດໂຄວິດ-19.
ວັນທີ 20 ຕຸລາ 2020 ຜົນກວດ ແມ່ນພົບເຊື້ອພະຍາດ ໂຄວິດ-19.

ຜູ້ໂດຍສານທີ່ເດີນທາງຮ່ວມກັບຜູ້ກ່ຽວ ມີທັງໜົດ 122 ທ່ານ, ລວມທັງຜູ້ກ່ຽວນຳ ເຊິ່ງທັງໝົດ ແມ່ນໄດ້ເກັບຕົວຢ່າງ ແລະ ຜົນກວດບໍ່ພົບເຊື້ອ, ຍົກເວັ້ນຜົນກວດຂອງຜູ້ກ່ຽວ ແມ່ນກວດພົບເຊື້ອໂຄວິດ -19. ສຳລັບຜູ້ສຳຜັດໃກ້ຊິດກັບຜູ້ກ່ຽວ ມີທັງໝົດ 27 ຄົນ (ໃນນັ້ນ ມີ 14 ຄົນ ນັ່ງຕັ່ງນ້ຳເບີໃກ້ກັບຜູ້ກ່ຽວ ໃນໄລຍະຢູ່ໃນຍົນ ແລະ ອີກ 13 ຄົນແມ່ນຂີ່ລົດເມຄັນດຽວກັນ ເພື່ອເດີນທາງໄປຍັງສະຖານທີ່ຈຳກັດບໍລິເວນທີ່ຖືກກຳນົດໄວ້)

ຜູ້ສຳຜັດໃກ້ຊິດທັງໝົດ ແມ່ນໄດ້ຖືກເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບເຊື້ອ ແລະ ໄດ້ຖືກຈຳກັດບໍລິ ເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດກຳນົດໄວ້ ຈົນຄົບກຳນົດ 14 ວັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...