spot_img
Homeຂ່າວທ້ອງຖິ່ນຍັງບໍ່ສາມາດຈັບກຸມ 2 ບຸກຄົນທີ່ພົວພັນກັບການທໍາອະນາຈານເດັກໄດ້ເທື່ອ

ຍັງບໍ່ສາມາດຈັບກຸມ 2 ບຸກຄົນທີ່ພົວພັນກັບການທໍາອະນາຈານເດັກໄດ້ເທື່ອ

Published on

ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງປ້ອງກັນຄວາມສະຫງົບແຈ້ງຕໍ່ ທີມງານວຽງຈັນທາຍ ມື້ເຊົ້ານີ້ວັນທີ 15 ຕຸລາກ່ຽວກັບຄວາມຄືບໜ້າຫຼ້າສຸດຂອງການຈັບກຸມ 2 ຄົນທີ່ພົວພັນກັບ ການທໍາອະນາຈານເດັກຫຼັງຈາກທີ່ໄດ້ອອກແຈ້ງການມື້ວັນທີ 11 ຕຸລາທີ່ຜ່ານມາວ່າ: ຮອດປະຈຸບັນນີ້ຍັງບໍ່ສາມາດຈັບກຸມ ທ້າວ Run An Xiao  Baiyun Distrit ແລະ ນາງ ດວງຕາ ເບີກໄຊຍະພູມ ໄດ້ເທື່ອ ແລະ ຍັງບໍ່ສາມາດຮູ້ວ່າພວກກ່ຽວຢູ່ໃນນະຄອນຫຼວງ ຫຼື ຢູ່ແຂວງໃດ, ສາມາດຈັບໄດ້ພຽງແຕ່ຜູ້ເຄາະຮ້າຍຄື ນາງນ້ອຍເທົ່ານັ້ນ (ຜູ້ຍິງທີ່ບໍ່ໃສ່ແວນຕາ ຕາມຄິບວິດີໂອ). ສ່ວນລາຍລະອຽດຕ່າງໆຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນນາງນ້ອຍຂອງເຈົ້າໜ້າທີ່.

ບຸກຄົນ 2 ຄົນດັ່ງກ່າວ ທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ອອກແຈ້ງການຈັບນັ້ນເປັນຄົນຈີນ ຊື່ທ້າວ Run An Xiao  Baiyun Distrit ເມືອງກວາງໂຈ ມົນທົນກວາງຕຸ້ງ ສປ ຈີນ ແລະ ນາງດວງຕາ ເບີກໄຊຍະພູມ ອາຍຸ 25 ປີ, ສັນຊາດລາວ ຢູ່ບ້ານ ດອນສາງໄຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...