spot_img
Homeຂ່າວທ້ອງຖິ່ນເນື້ອທີ່ນາຫຼາຍກວ່າ 4.000 ເຮັກຕາ ຢູ່ເມືອງຊົນນະບູລີຖືກນ້ຳຖ້ວມ

ເນື້ອທີ່ນາຫຼາຍກວ່າ 4.000 ເຮັກຕາ ຢູ່ເມືອງຊົນນະບູລີຖືກນ້ຳຖ້ວມ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ຫ້ອງການປູກຝັງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ແຈ້ງໃຫ້ຮູ້ວ່າ: ເນື້ອທີ່ນາເຂົ້າທີ່ກໍາລັງເກັບ ກ່ຽວຜົນຜະລິດ ຫຼາຍກວ່າ 4.000 ເຮັກຕາ ຖືກນໍ້າຖ້ວມຍ້ອນຝົນຕົກຕິດຕໍ່ກັນຫຼາຍວັນອັນໄດ້ເຮັດໃຫ້ລະດັບນໍ້າເຊບັງຫຽງ, ເຊຊັງຊອຍ, ເຊຈໍາພອນ ແລະ ຫ້ວຍນໍ້າລໍາຄອງໄຫຼລົ້ນຝັ່ງ ຂື້ນຖ້ວມເນື້ອທີ່ນາດັ່ງກ່າວ ແລະ ໄຫຼຖ້ວມຫຼາຍບ້ານໂດຍມີກໍາລັງອ້າຍນ້ອງທະຫານພາຍໃນເມືອງລົງຊ່ວຍເຫຼືອເກັບກ່ຽວເຂົ້າ, ເຄື່ອນຍ້າຍສິ່ງຂອງ ແລະ ສັດລ້ຽງຊ່ວຍປະຊາຊົນ.

ຫົວໜ້າ ຫ້ອງການປູກຝັງເມືອງຊົນນະບູລີ ທ່ານ ບູນ ຈັນທະລັງສີ ໄດ້ກ່າວຕໍ່ທີມງານວຽງຈັນທາຍມື້ເຊົ້ານີ້ວັນທີ 14 ຕຸລາ 2020 ກ່ຽວກັບສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີວ່າ: ເມືອງຊົນນະບູລີ ຖືວ່າຖືກນໍ້າຖ້ວມໜັກຫຼາຍກວ່າເມືອງອື່ນໆພາຍໃນແຂວງສະຫວັນນະເຂດ ເຊິ່ງເລີ່ມມາແຕ່ວັນທີ 9 ຕຸລາ ຮອດປັດຈຸບັນ, ຈາກລົງເກັບກໍາຂໍ້ມູນເບື້ອງຕົ້ນມີເນື້ອທີ່ນາຈໍານວນຫຼາຍ ທີ່ກໍາລັງຈະເກັບກ່ຽວຜົນຜະລິດຢູ່ 28 ບ້ານຖືກນໍ້າຖ້ວມ. ນອກນັ້ນກໍມີຫຼາຍບ້ານ ທີ່ຍັງຖືກນໍ້າຖ້ວມເຊັ່ນກັນ, ສ່ວນຜົນເສຍຫາຍນັ້ນຍັງຢູ່ໃນຂັ້ນຕອນການເກັບກໍາຂໍ້ມູນ.

ແຂວງສະຫວັນນະເຂດມີ 3 ເມືອງທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຄັ້ງນີ້ຈາກພະຍຸໝູນເຂດ ຮ້ອນ  ລິນຟາ ເຊິ່ງປະກອບມີເມືອງ ຊົນນະບູລີ, ເມືອງເຊໂປນ ແລະ ເມືອງສອງຄອນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...