spot_img
Homeຂ່າວການສຶກສາຫວຽດນາມສືບຕໍ່ມອບທຶນການສຶກສາໃຫ້ລາວ 1.100 ທຶນຕໍ່ປີ

ຫວຽດນາມສືບຕໍ່ມອບທຶນການສຶກສາໃຫ້ລາວ 1.100 ທຶນຕໍ່ປີ

Published on

ການພັດທະນາການສຶກສາ ແລະ ຊັບພະຍາກອນມະນຸດ, ໂດຍລັດຖະບານຫວຽດນາມ ມີແຜນສືບຕໍ່ໃຫ້ທຶນການສຶກສາ ແກ່ນັກຮຽນ ແລະ ພະນັກງານລັດ ຂອງ ສປປ ລາວ ເພື່ອໄປສຶກສາຕໍ່ ທີ່ຫວຽດນາມ ທັງໝົດສະເລ່ຍ 1,100 ທຶນ ຕໍ່ປີໃຫ້ນັກສຶກສາລາວ ແລະ ອື່ນໆ.

ໜັງສືພິມວຽງຈັນທາມ ລາຍງານວ່າ ເນື່ອງໃນໂອກາດທີ່ ຮອງລັດຖະມົນຕີກະຊວງສຶກສາ ແລະ ກີລາ ທ່ານ ຮອງ ສຈ. ປອ ພຸດ ສິມມາລາວົງ ໄດ້ຮັບກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດສຶກສາ-ວັດທະນະທຳ, ສະຖານທຸດຫວຽດນາມປະຈຳລາວ ທ່ານ ຫງວຽນ ງອກຖັງ ເນື່ອງໃນໂອກາດທີ່ໄດ້ໝົດວາລະປະຕິບັດໜ້າທີ່ວຽກງານຢູ່ລາວ

ທຶນການສຶກສາດັ່ງກ່າວ ຈະຊ່ວຍນັກຮຽນລາວ ໃນຫຼາຍສາຂາວິຊາ ລວມມີທັງໃນລະດັບ ປະລິນຍາຕີ, ຊັ້ນສູງ ແລະ ການໄປຝຶກອົບຮົມໄລຍະສັ້ນ.

ຈາກສະຖິຕິ ຈາກກະຊວງສຶກສາ ໃນປີ 2018 ມີນັກຮຽນລາວ ໄປສຶກສາຕໍ່ຢູ່ຕ່າງປະເທດ ຈໍານວນ 7,000 ຄົນ ແລະ ໃນປີ 2019 ມີຈໍານວນ 6,000 ຄົນ, ຕາມລໍາດັບ. ນັກສຶກສາລາວສ່ວນໃຫຍ່ ແມ່ນເລືອກໄປຮຽນຢູ່ ສປ ຈີນ, ສສ ຫວຽດນາມ, ໄທ, ຍີ່ປຸ່ນ ແລະ ເກົາຫຼີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...