spot_img
Homeຂ່າວທ້ອງຖິ່ນພາວະເງິນເຟີ້ຢູ່ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ

ພາວະເງິນເຟີ້ຢູ່ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ

Published on

ໜັງສືພິມວຽງຈັນໃໝ່ ລາຍງານໂດຍອີງຕາມຂໍ້ມູນ ດັດຊະນີ ລາຄາຜູ້ບໍລິໂພກ ໃນເດືອນກັນຍາ 2020 (Consumer Price Indexc CPI) ຊີ້ໃຫ້ເຫັນວ່າ ພາວະເງິນເຟີ້ ຢູ່ ສປປ ລາວ ຮອດເດືອນ ກັນຍາ 2020 ແມ່ນຍັງຢູ່ອັດຕາສູງ ໂດຍມີອັດຕາເງິນເຟີ້ ໂດຍລວມ ຢູ່ທີ 4.63% ໂດຍສາເຫດ ຂັບເຄື່ອນ ອັດຕາເງີນເຟີ້ນີ້ ແມ່ນເນື່ອງມາຈາກ ສປປ ລາວ ມີການນໍາເຂົ້າສິນຄ້າ ຫຼາຍກ່ວາສົ່ງອອກ, ການເໜັງຕີງຂອງຄ່າເງິນ, ການລົບກວນຈາກການແຜ່ລະບາດໂຄວິດ, ການຜະລິດພາຍໃນ ແມ່ນຍັງບໍ່ທັນເຂັ້ມແຂງ ແລະ ອື່ນໆ.

ອັດຕາເງິນກີບ ທຽບໃສ່ເງິນໂດລ້າສະຫະລັດ ຫຼຸດລົງ 4.29% ແລະ ທຽບໃສ່ລາຄາເງິນບາດໄທ ຫຼຸດລົງ 10.3% ໃນເດືອນ ກໍລະກົດ ປີ 2020. ເຊິ່ງລາຍການລາຄາສິນຄ້າທີ່ເພີ່ມຂຶ້ນມີດັງຕໍ່ໄປນີ້:

  1. ລາຄາ ອາຫານ ແລະ ເຄື່ອງດື່ມ ເພີ່ມຂຶ້ນ 7.7% ຕໍ່ປີ
  2. ລາຄາ ຊີ້ນໝູ ເພີ່ມຂຶ້ນ 26.32% ຕໍ່ປີ
  3. ລາຄາ ຊີ້ນງົວ ເພີ່ມຂຶ້ນ 11.62% ຕໍ່ປີ
  4. ລາຄາ ຊີ້ນເປັດໄກ່ ເພີ່ມຂຶ້ນ 6.02% ຕໍ່ປີ
  5. ລາຄາ ປາ-ອາຫານທະເລ ເພີ່ມຂຶ້ນ 5.15% ຕໍ່ປີ
  6. ລາຄາ ນໍ້າມັນພືດ ເພີ່ມຂຶ້ນ 5.99% ຕໍ່ປີ
  7. ລາຄາ ໝາກໄມ້ ເພີ່ມຂຶ້ນ 4.4% ຕໍ່ປີ
  8. ລາຄາ ຜັກ ເພີ່ມຂຶ້ນ 14.88% ຕໍ່ປີ
  9. ລາຄາ ເຄື່ອງນຸ່ງ ເພີ່ມຂຶ້ນ 4.15% ຕໍ່ປີ
  10. ລາຄາ ເຄື່ອງເຮືອນ ເພີ່ມຂຶ້ນ 4.87% ຕໍ່ປີ
  11. ລາຄາ ເຟີນິເຈີ ເພີ່ມຂຶ້ນ 7.7% ຕໍ່ປີ
  12. ລາຄາ ຢາ ເພີ່ມຂຶ້ນ 5.66% ຕໍ່ປີ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...