Homeຂ່າວທ້ອງຖິ່ນການຈັດງານດອງໃຫ້ຈັດແບບກະ ທັດຮັດໃຫ້ຈັດແບບກະທັດຮັດ ເພື່ອປ້ອງກັນການລະບາດໂຄວິດ-19

ການຈັດງານດອງໃຫ້ຈັດແບບກະ ທັດຮັດໃຫ້ຈັດແບບກະທັດຮັດ ເພື່ອປ້ອງກັນການລະບາດໂຄວິດ-19

Published on

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ອອກຄຳແນະນຳ ໃນວັນທີ 7 ຕຸລາ 2020 ກ່ຽວກັບການຕິດຕາມກວດກາຮ້ານບັນເທີງ, ຄາຣາໂອເກະ ແລະ ການອະນຸມັດຈັດງານບຸນປະເພນີ, ງານດອງ ແລະ ການທ່ອງທ່ຽວເປັນກຸ່ມ ໃຫ້ພະແນກ ຖວທ ນະຄອນຫຼວງ, ແຂວງ, ຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງທົ່ວປະເທດ ຊາບວ່າ:

  1. ໃຫ້ພະແນກ ຖວທ ນະຄອນຫຼວງ, ແຂວງ, ຫ້ອງການ ຖວທ ເມືອງ ເປັນເຈົ້າການປະສານສົມ ທົບກັບກຳລັງປ້ອງກັນຄວາມສະຫງົບ ແລະ ຄະນະສະເພາະກິດນະຄອນຫຼວງ, ແຂວງ, ເມືອງ ຕິດຕາມກວດກາຮ້ານບັນເທີງ, ຄາຣາໂອເກະ ໃຫ້ສືບຕໍ່ປິດ, ກໍລະນີກວດພົບຜູ້ລະເມີດ ໃຫ້ປະຕິບັດວິໄນຕາມລະບຽບການ;
  2. ການຈັດງານບຸນປະເພນີ ແລະ ເທສະການຕ່າງໆ ໃຫ້ປະຕິບັດຕາມມາດຕະການປ້ອງກັນການ ຕິດເຊື້ອ ແລະ ການແຜ່ເຊື້ອໃນຊຸມຊົນ ທີ່ຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ປະຕິບັດຫຼັກການສຸຂານາໄມ, ແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ, ໃສ່ເຈວລ້າງມື ແລະ ຫຼີກລ້ຽງຄວາມແອອັດ;
  3. ການຈັດງານດອງ ໃຫ້ຖືເອົາການສູ່ຂວັນຕາມປະເພນີ ແລະ ຈົດທະບຽນສົມລົດເປັນຫຼັກ, ສະເພາະງານລ້ຽງໃຫ້ຈັດແບບກະທັດຮັດ, ປະຢັດ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອໃນຊຸມຊົນ ທີ່ຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເປັນຕົ້ນ ປະ ຕິບັດຫຼັກການສຸຂານາໄມ, ແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ, ໃສ່ເຈວລ້າງມື ແລະ ຫຼີກລ້ຽງຄວາມແອອັດ.
  4. ສ່ວນການທ່ອງທ່ຽວເປັນກຸ່ມ ສຳລັບນັກທ່ອງທ່ຽວທີ່ມາຈາກ ປະເທດທີ່ບໍ່ມີການລະບາດຂອງພະ ຍາດໂຄວິດ-19 ໃນຊຸມຊົນໃຫ້ປະຕິບັດຄື: ສະມາຄົມທ່ອງທ່ຽວ, ບໍລິສັດທ່ອງທ່ຽວເປັນຜູ້ຂົນຂວາຍ, ເຕົ້າ ໂຮມນັກທ່ອງທ່ຽວ ແລະ ດຳເນີນຕາມຂັ້ນຕອນການຂໍອະນຸຍາດ ຈາກຄະນະສະເພາະກິດເພື່ອປ້ອງ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19.
  5. ໃຫ້ພາກສ່ວນກ່ຽວຂ້ອງ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕາມຄຳແນະນະສະບັບນີ້ ຢ່າງເຂັ້ມງວດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...