spot_img
Homeຂ່າວທ້ອງຖິ່ນສປ ຈີນ ຊ່ວຍເຫຼືອລ້າໂຄງການກໍ່ ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຊຸດທີ 1

ສປ ຈີນ ຊ່ວຍເຫຼືອລ້າໂຄງການກໍ່ ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຊຸດທີ 1

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກຊຸດທີ 1 ລະຫວ່າງເຈົ້າຂອງໂຄງການ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນກະຊວງແຜນການ ແລະ ການລົງທຶນ ແລະ ຜູ້ຮັບເໝົາກໍ່ສ້າງ ກຸ່ມບໍລິສັດກໍ່ສ້າງລົງທຶນ ແລະ ຫຸ້ນສ່ວນແຂວງຢຸນນານຈຳກັດ.

ໂຄງການນີ້ ເປັນໂຄງການຊ່ວຍເຫຼືອລ້າຂອງ ສປ ຈີນ ມູນຄ່າ 4 ຕື້ຢວນ ສໍາລັບໜ້າວຽກໂຄງການປະ ກອບມີ: ກໍ່ສ້າງລະບົບນໍ້າສະອາດ 100 ບ້ານ ສຸກສາລາ 100ແຫ່ງ ດຶງໄຟຟ້າເຂົ້າບ້ານ ແລະ ເຖິງຄົວເຮືອນ 100 ບ້ານ ແລະ ຕິດຕັ້ງໂທລະພາບດິຈິຕອນຜ່ານດາວທຽມໃຫ້ 100ບ້ານ ແຕ່ເບື້ອງຕົ້ນ ຊຸດທີ 1 ຈະຈັດຕັ້ງປະຕິບັດຢູ່ ແຂວງຫຼວງພະບາງ ແລະ ແຂວງວຽງຈັນ 30 ບ້ານກ່ອນ ໃຫ້ສໍາເລັດ 18 ເດືອນ ຈາກນັ້ນ ຈະໄດ້ຈັດຕັ້ງປະຕິບັດ ໂຄງການຊຸດທີ 2 ຊຸດທີ 3 ແລະ ຊຸດທີ 4 ຕາມດຳລັບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...