spot_img
Homeຂ່າວທ້ອງຖິ່ນຄົນເສຍຈິດຂ້າເດັກນ້ອຍຍິງ ໄວ 6 ປີ ທີ່ໂພນໂຮງ

ຄົນເສຍຈິດຂ້າເດັກນ້ອຍຍິງ ໄວ 6 ປີ ທີ່ໂພນໂຮງ

Published on

ຈາກເຫດຂ້າເດັກນ້ອຍ ເພດຍິງ ຢູ່ ບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 6 ຕຸລາທີ່ຜ່ານມາ ໃນເວລາ 10 ໂມງ ແລະ ຜູ້ກໍ່ເຫດໄດ້ຕັດແຂນທັງສອງເບື້ອງ ມາຕົ້ມໃສ່ໝໍ້ເພື່ອກິນ ແລະ ປາດທ້ອງຈົນເຫັນອະໄວຍະວະທາງໃນ (ໃສ້, ຕັບ ແລະ ອື່ນໆ) ນັ້ນ ໄດ້ມີສື່ອອນລາຍອອກຂ່າວໄປຕ່າງໆນາໆ ໂດຍບາງສື່ວ່າພໍ່ເປັນຜູ້ຂ້າ ແຕ່ຄວາມຈິງແມ່ນຊາຍເສຍຈິດ ເຊິ່ງບໍ່ແມ່ນພໍ່ເດັກນ້ອຍຍິງທີ່ເສຍຊີວິດ.

ເຈົ້າເມືອງໂພນໂຮງ ແຂວງວຽງຈັນ, ທ່ານ ສົມປະສົງ ສຸວົງຄໍາຈັນ ໄດ້ກ່າວຕໍ່ ທີມງານວຽງຈັນທາຍ ໃນຕອນເຊົ້າວັນທີ 7 ຕຸລາ ກ່ຽວກັບເຫດການດັ່ງກ່າວນີ້ວ່າ: ຊາຍຄົນທີ່ຂ້າເດັກນ້ອຍຍິງ ຊື່ທ້າວຕົງທໍ ອາຍຸ 35 ປີ ເປັນຄົນເຜົ່າມົ້ງ, ບໍ່ແມ່ນພໍ່ຂອງຜູ້ທີ່ເສຍຊີວິດ, ແຕ່ເປັນຄົນເສຍຈິດ (ເປັນບ້າ) ຍ້ອນກິນຢາບ້າຫຼາຍ ແລ້ວເສຍຈິດ, ເຊິ່ງທາງພີ່ນ້ອງຂອງລາວໄດ້ໄລ່ໜີອອກຈາກເຮືອນ ແລະ ໄດ້ໄປປຸກຕູບຢູ່ໃນປ່າຢູ່ຄົນດຽວ, ໃນມື້ເກີດເຫດມີເດັກນ້ອຍ 3 ຄົນໄດ້ພາກັນໄປຊອກກິນໝາກໄມ້ (ໝາກສີດາ) ຢູ່ບໍລິເວນໃກ້ເຮືອນຂອງລາວ, ຊາຍຄົນດັ່ງກ່າວຈຶ່ງໄດ້ໃຊ້ພ້າຂ້າເດັກຍິງ ຊື່ນາງ ແກ້ວຊົງ ອາຍຸ 6 ປີ ປະຊາຊົນບ້ານນາເລົ່າ ເຊັ່ນກັນ, ສ່ວນເດັກນ້ອຍອີກ 2 ຄົນແມ່ນແລ່ນໜີ ແລະ ໄດ້ໄປບອກພໍ່ແມ່ຂອງພວກເຂົາ.

ທ່ານ ສົມປະສົງ ໃຫ້ຮູ້ຕື່ມວ່າ: ຕໍ່ມາຊາວບ້ານນາເລົ່າໄດ້ພາກັນມາເບິ່ງ ແລະ ໄດ້ຈັບຕົວ ທ້າວຕົງທໍ, ພົບເຫັນສົບເດັກນ້ອຍຍິງໃນລັກສະນະປະເປືອຍນອນເສຍຊີວິດຢູ່ຂ້າງຕູບຂອງລາວ, ແຂນທັງສອງຂ້າງຖືກຕັດອອກ ແລະ ທ້ອງມີບາດແຜຈົນສາມາດແນມເຫັນອະໄວຍະວະທາງໃນ ແລະ ເມື່ອກວດເບີ່ງຢູ່ໃນໝໍ້ທີ່ມີຝາໝໍ້ປິດໄວ້ທີ່ກໍາລັງຕົ້ມຢູ່ເຕົາໄຟພົບເຫັນແຂນຂອງເດັກຍິງຢູ່ໃນໝໍ້. ປັດຈຸບັນນີ້ ທ້າວຕົງທໍ ຖືກກັກຂັງເພື່ອດໍາເນີນຄະດີຕາມກົດໝາຍບ້ານເມືອງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...