spot_img
Homeຂ່າວທ້ອງຖິ່ນຄູລາວໃນສະຕະວັດທີ 21 ຕ້ອງພຽບພ້ອມດ້ວຍຈັນຍາບັນ

ຄູລາວໃນສະຕະວັດທີ 21 ຕ້ອງພຽບພ້ອມດ້ວຍຈັນຍາບັນ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ຄູລາວ ໃນສະຕະວັດທີ 21 ນີ້, ຈະຕ້ອງເປັນຜູ້ທີ່ມີຈັນຍາບັນອັນໜັກແໜ້ນ, ມີຈິດວິນຍານຂອງຄວາມເປັນຄູຢ່າງເລິກເຊິ່ງ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງໄປໃນທາງທີ່ບໍ່ຖືກຕ້ອງ.

ພ້ອມກັນນັ້ນ, ຈະຕ້ອງໄດ້ຄົ້ນຄວ້າລົງເລິກ ວິຊາທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະ ເພາະຕ້ອງຕິດພັນກັບການນຳໃຊ້ຕົວຈິງກັບຊີວິດສັງຄົມ ສາມາດປະສົມປະສານແຫຼ່ງການຮຽນຮູ້ ທີ່ມີຢ່າງຫຼາກຫຼາຍໃນປັດຈຸບັນ ໃຫ້ເກີດປະໂຫຍດສູງສຸດໃນການຮຽນຂອງຜູ້ຮຽນ ແລະ ນັກສຶກສາ. ນອກ ຈາກຈະມີວິຊາສະເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສັດຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ, ທັກສະການຮຽນດ້ວຍຕົນເອງ, ທັກສະທາງດ້ານສັງຄົມ, ຮູ້ນຳໃຊ້ພາສາຕ່າງປະເທດ ແລະ ອື່ນໆ.

ຂອງນາຍຄູຄຳ, ຄູລາວຜູ້ທໍາອິດ, ຜູ້ມີນ້ຳໃຈຮັກຊາດ, ບໍ່ຍອມກົ້ມຫົວໃຫ້ຈັກກະພັດພວກລ່າເມືອງຂຶ້ນ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູລາວ, ພັກ-ລັດຖະບານ ຈຶ່ງໄດ້ກຳນົດເອົາ ວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄູແຫ່ງຊາດ ແລະ ໄດ້ຈັດກິດຈະກຳສະຫລອງໃນທຸກປີ ໃນຂອບເຂດທົ່ວປະເທດ ເຊິ່ງໃນປີນີ້ກໍ່ຄົບຮອບ 26ປີ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...