Homeຂ່າວທ້ອງຖິ່ນສະຫວັນນະເຂດ ກັບການລຶບລ້າງຄວາມທຸກຍາກ

ສະຫວັນນະເຂດ ກັບການລຶບລ້າງຄວາມທຸກຍາກ

Published on

Laopost_savan
ພິທີປາຖະກະຖາໂອກາດວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ 17.10.1987 ແລະ 17-24.10.2003 ຂອງແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ຕຸລາ 2014 ຜ່ານມານີ້, ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກ, ຄະນະພັກ-ຄະນະບັນຊາ ປກຊ-ປກສ, ພະແນກການກົມກອງ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາພາກລັດ ແລະ ເອກະຊົນ, ພະນັກງານ-ສະມາຊິກພັກ ຕະຫຼອດເຖິງບໍລິສັດຫ້າງຮ້ານຕ່າງໆພາຍໃນແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດນີ້, ທ່ານ ວັນນະລາດ ຫົງສາທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ນຳເອົາເອກະສານວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຂຶ້ນຈັດຕັ້ງເຜີຍແຜ່ ໂດຍໄດ້ຍົກໃຫ້ຮູ້ກ່ຽວກັບຈຸດປະສົງ, ປະຫວັດຄວາມເປັນມາຂອງວັນດັ່ງກ່າວ, ຜົນສຳເລັດໃນການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລາວ ແລະ ແຂວງສະຫວັນນະເຂດ ຊຶ່ງມີບາງຕອນວ່າ: ໃນປີ 1992 ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ປະກາດເອົາວັນທີ 17 ຕຸລາ ຂອງທຸກໆປີ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ. ໃນສະຖານະທີ່ ສປປ ລາວ ເປັນປະເທດສະມາຊິກຂອງອົງການສະຫະປະຊາຊາດ ຍາມໃດກໍຖືວ່າວຽກງານການແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນວຽກຍຸດທະສາດສຳຄັນ ແລະ ເປັນໜ້າທີ່ບູລິມະສິດຂອງທົ່ວພັກ-ລັດ, ທົ່ວປວງຊົນ ແລະ ໄດ້ມີຄວາມພະຍາມເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຕັ້ງໜ້າຕະຫຼອດມາ. ໃນກອງປະຊຸມວຽກງານລຶບລ້າງຄວາມທຸກຍາກທົ່ວປະເທດຄັ້ງທີ I ໃນວັນທີ 17-19 ມີນາ 2003 ໄດ້ກຳນົດ ແລະ ປະກາດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ. ຕະຫຼອດໄລຍະທີ່ຜ່ານມາການຈັດຕັ້ງປະຕິບັດວຽກງານການລຶບລ້າງຄວາມທຸກຍາກຂອງ ສປປ ລາວ ສືບຕໍ່ໄດ້ຮັບຜົນສຳເລັດຢ່າງດີເປັນກ້າວໆ ເຊິ່ງມາໃນປີ 2014 ທົ່ວປະເທດເຮົາ ມີຄອບຄົວທຸກຍາກ 92.328 ຄອບຄົວ, ກວມເອົາ 8,11% ຂອງຄອບຄົວທັງໝົດ, ທຽບໃສ່ປີ 2013 ເຫັນວ່າຈຳນວນຄອບຄົວທຸກຍາກໄດ້ຫຼຸດລົງ 24 ພັນກວ່າຄອບຄົວ, ເທົ່າກັບ 2,15% ພ້ອມກັນນັ້ນ, ຈຳນວນບ້ານພັດທະນາ ກໍໄດ້ເພີ່ມຂຶ້ນເປັນ 3.095 ບ້ານ. ປະຈຸບັນຂະບວນການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ພວມສືບຕໍ່ມີການຫັນປ່ຽນທີ່ຕັ້ງໜ້າ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໄດ້ປະມານ 13,5 ລ້ານກີບ, ຊີວິດການເປັນຢູ່ຂອງປະຊາຊົນ ແລະ ພະນັກງານ, ທະຫານ, ຕຳຫຼວດໄດ້ມີຄວາມພະຍາຍາມສືບຕໍ່ປັບປຸງໃຫ້ຄ່ອຍໆດີຂຶ້ນ. ສຳລັບຢູ່ແຂວງສະຫວັນນະເຂດ ໃນສົກປີ 2013-2014 ນີ້ ໄດ້ກ້າວໄປສູ່ການບັນລຸຄາດໝາຍໃໝ່ເປັນຕົ້ນ: ຈຳນວນເມືອງທີ່ມີບ້ານທຸກຍາກກວ່າ 51% ຫຼຸດລົງຍັງເຫຼືອ 1 ເມືອງຄື: ເມືອງນອງ, ທົ່ວແຂວງລວມມີຈຳນວນບ້ານທັງໝົດ 1.012 ບ້ານ, ສາມາດສ້າງເປັນບ້ານປ້ອງກັນຊາດດີໄດ້ແລ້ວ 538 ບ້ານ, ເປັນບ້ານປ້ອງກັນຄວາມສະຫງົບດີໄດ້ 494 ບ້ານ, ສ້າງເປັນບ້ານປອດຄະດີ 496 ບ້ານ, ບ້ານມີກອງທຶນບໍລິການເງິນກູ້ໃຫ້ປະຊາຊົນມີ 629 ບ້ານ, ບ້ານມີເສັ້ນທາງຄົມມະນາຄົມທຽວໄດ້ຕະຫຼອດປີມີ 861 ບ້ານ, ສ້າງເປັນບ້ານແບບຢ່າງສາທາລະນະສຸກມີ 299 ບ້ານ, ເປັນບ້ານສຳເລັດການສຶກສາຊັ້ນປະຖົມພາກບັງຄັບກວມແລ້ວ 100%, ສ້າງເປັນບ້ານວັດທະນະທຳ 330 ບ້ານ, ປະກາດຮັບຮອງເປັນບ້ານພັດທະນາ 179 ບ້ານ, ຈຳນວນຄອບຄົວທົ່ວແຂວງມີ 154.976 ຄອບຄົວ. ໃນນັ້ນ ຍັງມີຄອບຄົວທຸກຍາກຢູ່ 11.526 ຄອບຄົວ, ເທົ່າກັບ 7,44%. ກ່ຽວກັບການພັດທະນາເສດຖະກິດຂອງບ້ານທົດລອງສ້າງເປັນບ້ານພັດທະນານັ້ນ, ແຂວງ ແລະ ເມືອງຮ່ວມກັບບ້ານ ໄດ້ພ້ອມກັນຊອກທ່າແຮງຄວາມສາມາດບົ່ມຊ້ອນ ເພື່ອສ້າງໂຄງການຜະລິດເປັນສິນຄ້າຂອງແຕ່ລະຄອບຄົວ ຈັດຕັ້ງເປັນກຸ່ມການຜະລິດຕ່າງໆ. ຈາກການເຄື່ອນໄຫວຜ່ານມາ ເຫັນວ່າມີຫຼາຍບ້ານມີການຜະລິດ ໂດຍສະເພາະປູກເຂົ້າ, ປູກຜັກປອດສານພິດ, ປູກຫວາຍ, ຢາງໂບງ, ກ້ວຍ, ມັນຕົ້ນ, ໝາກເຜັດ, ລ້ຽງແບ້, ງົວ, ໝູ, ປາ, ໄກ່ ຯລຯ ສະເລ່ຍລາຍໄດ້ຂອງຄອບຄົວ 5-10 ລ້ານກີບຕໍ່ປີ, ສຳລັບຄອບຄົວຕົວແບບໄດ້ 18-32 ບ້ານກີບຕໍ່ປີ. ນອກນີ້, ລະບົບການຈັດຕັ້ງດ້ານການເງິນມີການຫັນປ່ຽນໄປຕາມລະບົບດີຂຶ້ນ ໃນສາມເມືອງທົດລອງ ມີການເກັບລາຍຮັບເຂົ້າງົບປະມານ 30,4 ຕື້ກີບ, ລື່ນແຜນການ 11,5%, ຊຶ່ງໃນ 9 ບ້ານທົດລອງແມ່ນມີກອງທຶນພັດທະນາບ້ານ.

 

ຂ່າວແລະພາບ: ສະຫວັນພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...