Homeຂ່າວທ້ອງຖິ່ນຂາຍເຄື່ອງບຸນຊ່ວງເຮືອປີນີ້ມິດງຽບຄົນມາທ່ຽວບຸນໜ້ອຍກວ່າທຸກປີ

ຂາຍເຄື່ອງບຸນຊ່ວງເຮືອປີນີ້ມິດງຽບຄົນມາທ່ຽວບຸນໜ້ອຍກວ່າທຸກປີ

Published on

ງານບຸນຊ່ວງເຮືອທ່າວັດຈັນ 2020 ໄດ້ສຳເລັດລົງໃນຄໍ່າຄືນຂອງວັນທີ 3 ກັນຍາ ທີ່ຜ່ານມາ ເຊິ່ງງານບຸນຊ່ວງເຮືອປີນີ້ບໍ່ຈັດໃຫຍ່ຄືປີຜ່ານມາ ເນື່ອງຈາກວ່າມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈະມີພຽງແຕ່ເຮືອ 12 ສີພາຍ ພຽງແຕ່ 10 ລໍາ, ພື້ນທີ່ຈັດງານບຸນ ການຂາຍຜະລິດຕະພັນຕ່າງໆກໍ່ຈັດທັດຮັດ ແມ່ນກໍານົດໃຫ້ຂາຍພາຍໃນຂອບເຂດສວນເຈົ້າອານຸວົງ ແລະ ຂອບເຂດນອກຈໍານວນໜຶ່ງເທົ່ານັ້ນ.

ຕາມການລົງສຳຫຼວດງານບຸນຊ່ວງເຮືອທ່າວັດຈັນຂອງນັກຂ່າວລາວໂພສ ໃນວັນທີ 3 ກັນຍາ ທີ່ຜ່ານມາ ກໍ່ສາມາດເກັບກຳສະພາບໄດ້ວ່າ ເຖິງຈະເປັນການຄົບງັນມື້ສຸດທ້າຍ ແຕ່ພໍ່ແມ່ປະຊາຊົນທີ່ໄປທ່ຽວງານບຸນນັ້ນມີຈຳນວນຫຼຸດລົງຈົນໜ້າຕົກໃຈຖ້າທຽບໃສ່ປີທີ່ຜ່ານໆມາ ໃນງານທີ່ເຄີຍເຕັມໄປດ້ວຍຜູ້ຄົນທີ່ຍ່າງບຽດສຽດກັນຈົນແອອັດ, ຄອກຝາກລົດທີ່ເຕັມໄປດ້ວຍລົດທີ່ມາຝາກ ໃນປີນີ້ກັບມີພຽງຈຳນວນໜ້ອຍ ພາຍໃນງານກໍ່ຍ່າງໂລ່ງສະບາຍ ຈົນລົດສາມາດທຽວທາງໄດ້ປົກກະຕິໃນຕອນຫົວແລງ.

ແມ່ຄ້າທ່ານໜຶ່ງ (ບໍ່ປະສົງອອກນາມ) ໄດ້ໃຫ້ຂໍ້ມູນວ່າ “ປີນີ້ຂາຍເຄື່ອງບໍ່ດີຫຼຸບທຶນ ຄ່າເຊົ່າສະຖານທີ່ແພງຄືເກົ່າ ແຕ່ບໍ່ໄດ້ຂາຍ ຄົນມາເລາະບຸນກໍ່ບໍ່ຫຼາຍ ຄົນຊື້ກໍ່ບໍ່ຫຼາຍຄືແຕ່ລະປີ”.

ນອກຈາກນີ້,​ ຜູ້ຮັບເໝົາບໍລິການຝາກລົດ ກໍ່ໃຫ້ຂໍ້ມຸນວ່າ “ບຸນຊ່ວງເຮືອປີນີ້ມິດງຽບກວ່າທຸກປີ ປົກ ກະຕິແຕ່ລະປີ ບຸນຊ່ວງເຮືອມື້ສຸດທ້າຍ ຄອກຝາກລົດຈະເຕັມໄປດ້ວຍລົດຈົນບໍ່ມີບ່ອນຈອດ ຍ້ອນຜູ້ຄົນມາທ່ຽວບຸນແຕ່ປີນີ້ແມ່ນຂາດທຶນສົມຄວນ ຍ້ອນບໍ່ມີຄົນ”.

ເນື່ອງຈາກມີປັດໄຈຫຼາຍຢ່າງ ທີ່ເຮັດໃຫ້ຄົນເລືອກທີ່ຈະຢູ່ເຮືືອນຫຼາຍກວ່າຈະອອກມາທ່ຽວງານບຸນ ບໍ່ວ່າຈະເປັນຍ້ອນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຫຼື ແມ່ນແຕ່ສະພາບຂອງເສດຖະກິດທີ່ພົບກັນບັນຫາ, ຫຼາຍຄົນວ່າງງານບໍ່ມີວຽກເຮັດ ຈ່ຶງເຮັດໃຫ້ກຳລັງການຊື້ຈ່າຍຫຼຸດລົງ, ຫຼາຍຄົນຕ້ອງໃຊ້ຈ່າຍຢ່າງປະຢັດ ເລືອກຈ່າຍແຕ່ສິ່ງທີ່ຈຳເປັນເທົ່ານັ້ນ ຫຼື ອາດເປັນປີທີ່ຈັດງານບໍ່ໃຫຍ່ ຈຶ່ງເຮັດໃຫ້ບໍ່ມີຄວາມໜ້າສົນໃຈ, ເຊິ່ງປັດໄຈເຫຼົ່ານີ້ ມັນລ້ວນສົ່ງຜົນກະທົບຕໍ່ຜູ້ຄ້າຂາຍ ແລະ ຜູ້ບໍລິການຢ່າງຫຼີກລ່ຽງບໍ່ໄດ້.

ບົດໂດຍ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...