spot_img
Homeຂ່າວທ້ອງຖິ່ນ14 ຂໍ້ຫ້າມໃນງານບຸນຊ່ວງເຮືອທ່າວັດຈັນປີນີ້

14 ຂໍ້ຫ້າມໃນງານບຸນຊ່ວງເຮືອທ່າວັດຈັນປີນີ້

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ອໍານາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ 2020 ທີ່ຈະມາເຖິງນີ້ ເພື່ອ ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຮອບດ້ານ ໃນງານດັ່ງກ່າວ.

ສໍາລັບ 14 ຂໍ້ຫ້າມ ປະກອບມີ ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ, ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະຖູນ ສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ, ຫ້າມນໍາເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈູດ ແລະ ວາງຂາຍໃນງານເດັດຂາດ, ຫ້າມນໍາເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈໍາໜ່າຍພາຍໃນງານເດັດຂາດ, ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກໍາມະການຈັດງານກໍານົດໃຫ້, ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ ວັດທະນະທໍາລາມົກ ໂດຍສະເພາະ ແຜ່ນຊິດີ ດີວີດີ ລາມົກ ແລະ ຮູບພາບລາມົກຕ່າງໆ ມາວາງຂາຍເດັດຂາດ,

ພ້ອມນັ້ນ ຫ້າມຫຼິ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ, ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກໍາມະການຈັດງານຕະຫຼາດນັດເດັດຂາດ, ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າລະເມີດຈະຖືກເຈົ້າໜ້າທີ່ກ່າວຕັກເຕືອນ ຫຼື ນໍາໄປພັກຜ່ອນໄວ້ກ່ອນ, ຫ້າມບຸກຄົນ ນິຕິບຸກຄົນ ສໍານັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ ຂອງຄະນະກໍາມະການຈັດງານຕະຫຼາດນັດ, ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ເດັດຂາດ, ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈັ້ຍໂຄສະນາສິນຄ້າຕ່າງໆ, ຫ້າມບໍ່ໃຫ້ຜູ້ສໍາປະທານສະຖານທີ່ງານບູນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນ ຈັບຈອງຕໍ່ເດັດຂາດ ແລະ ຫ້າມມີການໂຄສະນາ ສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...