spot_img
Homeຂ່າວທ້ອງຖິ່ນຜ້າໄໝຫຼວງພະບາງໄດ້ຮັບການຢັ້ງ ຢືນຖິ່ນກໍາເນີດແລ້ວ

ຜ້າໄໝຫຼວງພະບາງໄດ້ຮັບການຢັ້ງ ຢືນຖິ່ນກໍາເນີດແລ້ວ

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 23 ກັນຍາ 2020 ທີ່ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີພິທີການມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫຼວງພະບາງ ໂດຍທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ເຂົ້າຮ່ວມພິທີ ແລະ ມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫຼວງພະບາງ ໃຫ້ສະມາຄົມສົ່ງເສີມຜ້າໄໝຫຼວງພະບາງຢ່າງເປັນທາງການ.

ໂອກາດດັ່ງກ່າວ, ທ່ານ ນາງ ຂັນລາສີ ແກ້ວບຸນພັນ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກໍາເນີດຜ້າໄໝຫຼວງພະບາງກໍແມ່ນເພື່ອປົກປ້ອງຊື່ສຽງຂອງຜ້າໄໝຫຼວງພະບາງ ທັງເປັນການປົກປ້ອງພູມປັນຍາຊຸມຊົນໃນທ້ອງຖິ່ນແບບດັ່ງເດີມ ທີ່ມໍລະດົກສືບທອດມາຈາກບັນພະບູລຸດໄດ້ຫຼາຍເຊັ່ນຄົນ.

ການມອບໃບຢັ້ງຢືນ ຖິ່ນກໍາເນີດຜ້າໄໝຫຼວງພະບາງຄັ້ງນີ້, ຈະເປັນການຊ່ວຍໃຫ້ມີການຮັກສາຄຸນນະ ພາບ ທີ່ເປັນເອກະລັກຂອງຜ້າໄໝຫຼວງພະບາງໄວ້ ພາຍຫຼັງການຈົດທະບຽນ ແລະ ຈະມີການກວດກາ ທຸກຂັ້ນຕອນການຜະລິດ ໂດຍສະມາຄົມສົ່ງເສີມ ຜ້າໄໝຫຼວງພະບາງ ຢ່າງເປັນລະບົບຄົບຊຸດ ໂດຍຈະຢັ້ງຢືນຄວາມຖືກຕ້ອງ ຕາມເອກະສານຄຸນລັກສະນະສະເພາະຂອງຜ້າໄໝຫຼວງພະບາງ ຈາກໜ່ວຍງານຢັ້ງຢືນພາຍໃນປະເທດ ຫຼື ສາກົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...