spot_img
Homeຂ່າວທ້ອງຖິ່ນເມືອງກະລຶມ ໄດ້ຮັບຜົນເສຍຫາຍຈາກພະຍຸໂນອຶນ ເກືອບ 2 ຕື້ກີບ

ເມືອງກະລຶມ ໄດ້ຮັບຜົນເສຍຫາຍຈາກພະຍຸໂນອຶນ ເກືອບ 2 ຕື້ກີບ

Published on

ພາຍຫຼັງພາຍຸໂນອຶນ ພັດຜ່ານເຂົ້າ ເມືອງກະລຶມ ແຂວງເຊກອງ ລະຫວ່າງວັນທີ 18-20 ກັນຍາ 2020​ ຜ່ານມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ, ຊິວິດ, ທີ່ຢູ່ອາໄສຂອງປະຊາຊົນ ແລະ ພື້ນຖານໂຄງລ່າງຫຼາຍສົມຄວນໂດຍສະເພາະຢູ່ 10 ບ້ານຂອງເມືອງກະລຶມ ລຽບຊາຍແດນລາວ-ຫວຽດນາມ ທີ່ໄດ້ຮັບຜົນກະທົບໜັກໜ່ວງຄື: ລະບົບເສັ້ນທາງຄົມມະນາຄົມ, ຂົວ, ເນື້ອທີ່ທໍາການຜະລິດ, ເຮືອນ ແລະ ປະຊາຊົນບ້ານໂກຣ 1 ຄົນ ຖືກນໍ້າຫ້ວຍອາຣາງ ຊັດໄຫຼສູນຫາຍ.​ ຂະນະທີ່ປັດຈຸບັນ, ເຈົ້າໜ້າທີ່ຍັງສືບຕໍ່ຄົ້ນຫາຢ່າງຕໍ່ເນື່ອງ.

ທ່ານ ວັນໄຊ ຈັນທະຍັບ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງກະລຶມ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດເມືອງລາຍງານ ໃນວັນທີ 22 ກັນຍາ ຜ່ານມາວ່າ: ວັນທີ 18-20 ກັນຍາ ເກີດຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ເກີດເຫດການນໍ້າໄຫຼຊຸ, ນໍ້າຫຼາຍສາຍເພີ່ມຂຶ້ນກະທັນ ຫັນ ແລະ ໄຫຼຖ້ວມ ພ້ອມທັງຊຸເອົາເຮືອນ, ພື້ນທີ່ທໍາການຜະລິດ ແລະ ເສັ້ນທາງຄົມມະນາຄົມເສຍຫາຍຢ່າງຫຼວງຫຼາຍ ໂດຍສະເພາະຢູ່ບັນດາບ້ານເຂດຊາຍແດນລາວ-ຫວຽດນາມ ດັ່ງນັ້ນ, ອົງການປົກຄອງເມືອງ ແລະ ຄະນະກຳມະການ ຄພບ ເມືອງ ໄດ້ແຕ່ງຕັ້ງພະນັກງານໄປຊ່ວຍເຫຼືອປະຊາຊົນທີ່ຖືກກະທົບທັງເກັບກຳຂໍ້ມູນຜົນເສຍຫາຍເບື້ອງຕົ້ນ ເຊິ່ງພົບວ່າ: ປະຊາຊົນບ້ານໂກຣ ຖືກນ້ຳຫ້ວຍອາຣາງ ໄຫຼຊຸເອົາປະຊາຊົນສູນຫາຍ 1 ຄົນ. ຂະນະທີ່ນໍ້າຫ້ວຍປະຍາງໄຫຼເຂົ້າຖ້ວມ ແລະ ຊຸເຮືອນປະຊາຊົນ ບ້ານປະນອນ ໄຫຼໄປນໍານໍ້າປ່າ ຈໍານວນ 2 ຫຼັງ, ຖຽງນາ 5 ຫຼັງ, ເຮືອນເພ 5 ຫຼັງ, 22 ຄອບຄົວ ແລະ ປະຊາຊົນເດືອດ ຮ້ອນ 120 ຄົນ, ຍິງ 45 ຄົນ.

ນອກນີ້, ເຫດການດັ່ງກ່າວຍັງກະທົບຕໍ່ການຜະລິດ ໂດຍສະເພາະເນື້ອທີ່ນາເສຍຫາຍ 7 ເຮັກຕາ, ຊົນລະ ປະທານ 12 ແຫ່ງ, ນ້ຳລິນ 1 ບໍ່, ໂຮງຮຽນ 1 ຫຼັງ, ລວມມູນຄ່າເສຍຫາຍ 1,9 ຕື້ກວ່າກີບ ຂະນະທີ່ຂົວຫ້ວຍອາຈິງ, ຫ້ວຍອາຣາງ ບ້ານໂກຣ ແຕກ ແລະ ຫັກ, ຂົວບ້ານຕະລ໋ອງ ຫັກເພ ແລະ ເສັ້ນທາງ 7511 ແຕ່ເມືອງຫາບ້ານໂກຣ ຖືກດິນເຊາະເຈື່ອນຖົມ ເຊິ່ງເຮັດໃຫ້ບໍ່ສາມາດສັນຈອນທາງລົດໄດ້.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...