spot_img
Homeຂ່າວທ້ອງຖິ່ນທາງລົດໄຟລາວ-ຈີນຄືບໜ້າ "ນາເຕີຍ" ສະຖານີແຫ່ງທຳອິດສ້າງສຳເລັດແລ້ວ

ທາງລົດໄຟລາວ-ຈີນຄືບໜ້າ “ນາເຕີຍ” ສະຖານີແຫ່ງທຳອິດສ້າງສຳເລັດແລ້ວ

Published on

ເວັບໄຊຂ່າວ xinhuathai ລາຍງານໃນວັນທີ 16 ກັນຍາ 2020ວ່າ ບໍລິສັດ ໄຊນ່າ ເຣລເວ ຄອນສະຕັກຊັ່ນ ເອນຈິເນຍຣິງ ກຣຸ໊ບ (CRCEG) ໄດ້ສຳເລັດການກໍ່ສ້າງສະຖານີລົດໄຟນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ເຊິ່ງເປັນສະຖານີແຫ່ງທຳອິດຂອງເສັ້ນທາງລົດໄຟລາວ-ຈີນ.

ສະຖານີລົດໄຟນາເຕີຍ ເຊິ່ງເປັນສູນກາງການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ີສຳຄັນໃນພາກເໜືອຂອງລາວ.

ທາງລົດໄຟສາຍນີ້ມີໄລຍະທາງ 422 ກິໂລແມັດ ມີອຸໂມງ 75 ແຫ່ງ ເຊິ່ງມີຄວາມຍາວລວມ 198 ກິໂລ ແມັດ ແລະ ມີຂົວ ເຊິ່ງມີຄວາມຍາວ 62 ກິໂລແມັດ ອອກເດີນທາງຈາກຊາຍແດນເມືອງບໍ່ເຕັນ ທາງຕອນເໜືອຂອງລາວ ເຊິ່ງມີຊາຍແດນຕິດກັບຈີນ ມຸ່ງໜ້າໄປທີ່ນະຄອນຫຼວງວຽງຈັນດ້ວຍຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ.

ລາງລົດໄຟຂົນສົ່ງຜູ້ໂດຍສານ ແລະ ສິນຄ້າທີ່ໃຊ້ລະບົບຈ່າຍໄຟຟ້າສາຍນີ້ ຖືກສ້າງຂຶ້ນໂດຍນຳມາດຕະການຈັດການ ແລະ ມາດຕະຖານດ້ານເທັກນິກຂອງຈີນມາໃຊ້ຢ່າງເຕັມຮູບແບບ.

ທັງນີ້, ໂຄງການທາງລົດໄຟສາຍນີ້ເລີ່ມຕົ້ນໃນເດືອນທັນວາ 2016 ແລະ ມີກຳນົດແລ້ວສຳເລັດພ້ອມເປີດບໍລິການໃນເດືອນທັນວາ 2021.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...