Homeຂ່າວທ້ອງຖິ່ນລາວລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ຢູ່ໃນລະຫັດພາສີ 8701

ລາວລົບລ້າງການອອກໃບອະນຸຍາດນຳເຂົ້າ ລົດແທັກເຕີທຸກປະເພດ ທີ່ຢູ່ໃນລະຫັດພາສີ 8701

Published on

ສູນຂໍ້ມູນຂ່າວທາງດ້ານການຄ້າ ຂອງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄໍາສັ່ງ ເລກທີ 0807/ອຄ.ກຂອ, ລົງວັນທີ 2 ກັນຍາ 2020 ວ່າດ້ວຍການລົບລ້າງການອອກໃບອະນຸຍາດນໍາເຂົ້າລົດແທຣັກເຕີ ທຸກປະເພດທີ່ນອນຢູ່ໃນໝວດລະ ຫັດພາສີ 8701 ຂອງປື້ມສາລະບານອັດຕາພາສີ ຂອງ ສປປ ລາວ. ເພື່ອຫຼຸດຜ່ອນຂັ້ນຕອນ ແລະ ຕົ້ນທຶນໃນການຜະລິດກະສິກໍາ, ແນ່ໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ໃຫ້ກາຍເປັນສິນຄ້າ ແລະ ປະ ກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ໃນຄຳສັ່ງດັ່ງກ່າວຍັງລະບຸອີກວ່າ: ການນຳເຂົ້າລົດແທັກເຕີ ຊະນິດທີ່ຄົນຂັບຕ້ອງຍ່າງນຳຫຼັງ (ລົດໄຖນາເດີນຕາມ) ແບບຄົບຊຸດ ເພື່ອຮັບໃຊ້ການຜະລິດກະສິກໍາຂອງຊາວກະສິກອນ, ກຸ່ມການຜະລິດ ຫຼື ສະຫະກອນ ແມ່ນສາມາດນຳເຂົ້າ, ແຈ້ງເສຍພາສີ-ອາກອນ ແລະ ພັນທະອື່ນໆ ຢູ່ດ່ານຊາຍແດນທ້ອງ ຖິ່ນ ແລະ ດ່ານຊາຍແດນປະເພນີ ໄດ້ເລີຍ. ສຳລັບການນໍາເຂົ້າລົດແທັກເຕີແລ່ນຢູ່ເທິງຖະໜົນ ສຳລັບແກ່ລົດເຄິ່ງລົດພ່ວງແບບຄົບຊຸດ ແມ່ນໃຫ້ນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ; ການນຳເຂົ້າລົດແທັກເຕີທີ່ບໍ່ມີລັກສະນະການຄ້າ ເພື່ອມາຮັບໃຊ້ການຜະລິດຂອງຊາວກະສິກອນ ແມ່ນສາມາດນຳເຂົ້າໄດ້ ຈຳ ນວນ 1 ຄັນ ຕໍ່ 1 ຄອບຄົວ.

ສ່ວນການນຳເຂົ້າເພື່ອມາຮັບໃຊ້ພາຍໃນ ກຸ່ມການຜະລິດ ຫຼື ສະຫະກອນ ແມ່ນໃຫ້ສະເໜີຫາຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ນະຄອນຫຼວງວຽງຈັນ ເປັນຜູ້ພິຈາລະນາຈຳນວນຂອງລົດທີ່ນຳເຂົ້າ ເພື່ອໃຫ້ແທດເໝາະກັບເນື້ອທີ່ການຜະລິດຕົວຈິງ; ຜູ້ທີ່ນຳເຂົ້າລົດແທັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທັກເຕີ ເພື່ອຈຳໜ່າຍ ຕ້ອງມີໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍ ລົດແທັກເຕີ, ອາໄຫລ່ ແລະ ອຸປະກອນ ຂອງລົດແທັກເຕີ. ພ້ອມນີ້, ກໍຕ້ອງມີການບໍລິ ການຫລັງການຂາຍ ແລະ ການນຳເຂົ້າແຕ່ລະຄັ້ງ ຕ້ອງນຳເຂົ້າຜ່ານດ່ານສາກົນເທົ່ານັ້ນ.

ສຳລັບການອອກໃບອະນຸຍາດ ດຳເນີນກິດຈະການນຳເຂົ້າ ແລະ ຈຳໜ່າຍລົດແທັກເຕີ, ອາໄຫຼ່ ແລະ ອຸປະກອນຂອງລົດແທັກເຕີ ແມ່ນມອບໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໂດຍແມ່ນຂະແໜງນຳເຂົ້າ ແລະ ສົ່ງອອກເປັນເຈົ້າການຈັດຕັ້ງປະຕິບັດຕາມລະບຽບກົດເໝາຍ. ສ່ວນຄ່າທຳນຽມ ແລະ ຄ່າບໍລິການທີ່ຕິດພັນກັບການອອກໃບອະນຸຍາດດຳເນີນກິດຈະການ ແລະ ໃບຢັ້ງຢືນຕ່າງໆແມ່ນໃຫ້ປະຕິບັດຕາມລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍຄ່າທຳນຽມທາງ ແລະ ຄ່າບໍລິການ ແລະ ລະບຽບການທີ່ວາງອອກໃນແຕ່ລະໄລຍະ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...