spot_img
Homeຂ່າວທ້ອງຖິ່ນມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ຣາຊະອານາຈັກໄທ ກັບຄືນປະເທດ

ມອບ-ຮັບແຮງງານລາວ 27 ຄົນທີ່ໄປເຮັດວຽກຢູ່ຣາຊະອານາຈັກໄທ ກັບຄືນປະເທດ

Published on

ສຳນັກຂ່າວປະເທດລາວ ລາຍງານໃນວັນທີ 10 ກັນຍາ 2020ວ່າ ຢູ່ຂົວມິດຕິພາບລາວ-ໄທ ແຫ່ງທີ 4 ແຂວງບໍ່ແກ້ວ ໄດ້ມີພິທີມອບ-ຮັບແຮງານລາວ ທີ່ໄປເຮັດວຽກຢູ່ຣາຊະອານາຈັກໄທ ຈຳນວນ 27 ຄົນ, ຍິງ 09 ຄົນກັບຄືນປະເທດ, ໃນນີ້ ແຮງງານຢູ່ແຂວງບໍ່ແກ້ວ ຈຳນວນ 21 ຄົນ, ແຂວງຈຳປາສັກ, ອຸດົມໄຊ ແລະ ຫຼວງພະບາງ ແຂວງລະ 2 ຄົນ.

ຈາກນັ້ນ ຄະນະສະເພາະກິດເພື່ອປ້ອງກັນ, ຄວາມຄຸມ ແລະ ແກ້ໄຂພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ຈະໄດ້ນຳສົ່ງໄປຈຳກັດບໍລິເວນຢູ່ສູນ ບ້ານມົກກະຕອກ ເມືອງຫ້ວຍຊາຍ ແລະ ໃນວັນດຽວກັນ ຄະນະສະເພາະກິດແຂວງ ກໍໄດ້ນຳເອົາແຮງງານ ຈາກ ສປ ຈີນ ທີ່ມາສືບຕໍ່ແກ້ໄຂວຽກທີ່ຍັງຄ້າງຄາຢູ່ແຂວງບໍ່ແກ້ວ ຈຳນວນ 12 ຄົນ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວເຊັ່ນກຽວກັນ.

ທ່ານ ນາງ ຈັນທອນ ໄຊຍະວົງ ຜູ້ຮັບຜິດຊອບສູນຈຳກັດບໍລິເວນ ພະຍາດໂຄວິດ 19 ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ມີແຮງງານ ເຂົ້າມາຈຳກັດບໍລິເວນຢູ່ສູນດັ່ງກ່າວທັງໝົດ 263 ຄົນ, ຍິງ 130 ຄົນ ແລະ ໄດ້ອອກໃບຢັ້ງຢືນຕິດຕາມສຸຂະພາບຄົບ 14 ວັນ ຈຳນວນ 237 ຄົນ. ໃນໄລຍະຈຳກັດບໍລິເວນ 14 ວັນນັ້ນ, ຜູ້ຖືກຈຳກັດບໍລິເວນໄດ້ປະຕິບັດຕາມມາດຕະການຄື: ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ມີແພດເຝົ້າຕິດຕາມອາການໃນແຕ່ລະວັນ, ມີການວັດອຸນຫະພູມເຊົ້າ-ແລງ, ເກັບຕົວຢ່າງມາກວດຫາເຊື້ອໂຄວິດ 19 ພາຍຫລັງຄົບ 14 ວັນ ຖ້າບໍ່ພົບເຊື້ອ ທາງຄະນະສູນຈະອອກໃບຢັ້ງຢືນໃຫ້ ແລະ ນຳສົ່ງກັບຄື່ຫາຄອບຄົວ ເພື່ອໃຊ້ຊິດວິດເປັນປົກກະຕິ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...