spot_img
Homeຂ່າວທ້ອງຖິ່ນ​ນວ ຫາລືແຜນຈັດສັນ ແລະ ແກ້ໄຂການຄ້າ-ຂາຍເຄື່ອງຊະຊາຍທີ່ບໍ່ເປັນລະບຽບຮຽບຮ້ອຍ

​ນວ ຫາລືແຜນຈັດສັນ ແລະ ແກ້ໄຂການຄ້າ-ຂາຍເຄື່ອງຊະຊາຍທີ່ບໍ່ເປັນລະບຽບຮຽບຮ້ອຍ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ກອງ​ປະ­ຊຸມ​ປຶກ­ສາ​ຫາ­ລື​ແຜນ​ຈັດ​ສັນ ແລະ ແກ້​ໄຂ​ການ​ຄ້າ-ການ​ຂາຍ­ເຄື່ອງ​ຊະ­ຊາຍ​ທີ່​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ເຂດ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 3 ສິງ­ຫາ 2020 ທີ່​ພະ​ແນກ​ດັ່ງ­ກ່າວ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາດ​ສະ­ພັງ​ທອງ ສີ​ພັນ​ດອນ ຮອງ​ເຈົ້າ​ຄອງ ນວ ພ້ອມ​ດ້ວຍ​ຕາງ­ໜ້າ​ຈາກ​ພະ­ແນກ­ການ​ກ່ຽວ­ຂ້ອງ ແລະ ຫ້ອງ­ການ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ 9 ຕົວ​ເມືອງ.

ທ່ານ ນັນ​ຕາ ສາ­ນຸ​ວົງ ຮອງ​ຫົວ­ໜ້າ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ນວ ໄດ້​ຂຶ້ນ​ລາຍ​ງານ​ຫຍໍ້ ແຜນ​ຈັດ​ສັນ ແລະ ແກ້​ໄຂ​ການ​ຄ້າ-ຂາຍ­ເຄື່ອງ​ຊະ­ຊາຍ​ທີ່​ບໍ່​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ວ່າ: ເພື່ອ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ພົ້ນ​ເດັ່ນ​ໃນ​ສັງ­ຄົມ​ໃຫ້​ມີ​ປະ​ສິດ­ທິ​ຜົນ ຮັບ­ປະ­ກັນ​ການ​ພັດ­ທະ­ນາ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ເສດ­ຖະ­ກິດ-ສັງ­ຄົມ ແນ­ໃສ່​ສ້າງ ນວ ໃຫ້​ກາຍ­ເປັນ​ຕົວ​ເມືອງ​ທີ່​ສະ­ອາດ ສີ­ວິ­ໄລ ແລະ ທັນ​ສະ­ໄໝ ສົມ​ກັບ​ເປັນ​ນະ­ຄອນ­ຫຼວງ​ຂອງ​ປະ­ເທດ ໂດຍ​ມີ​ເປົ້າ​ໝາຍ​ເລັ່ງ​ໃສ່​ບັນ­ດາ​ຕະ­ຫຼາດ​ທີ່​ຕັ້ງ​ຢູ່​ໃຈ­ກາງ​ເມືອງ ມີ​ຊຸມ​ຊົນ​ແໜ້ນ­ໜາ ຕິດ​ພັນ​ກັບ​ການ​ສັນ­ຈອນ​ຖະ­ໜົນ​ສາຍ​ຫຼັກ ແຕ່​ລະ​ຕະ­ຫຼາດ​ມີ​ຈຸດ​ພິ­ເສດ​ແຕກ​ຕ່າງ​ກັນ ແລະ ມີ​ຄວາມ​ຈຳ­ເປັນ​ໃນ​ການ​ປັບ­ປຸງ​ໃນ​ການ​ປັບ­ປຸງ​ແກ້​ໄຂ​ໃຫ້​ເຂົ້າ​ສູ່​ລະ­ບຽບ​ເຊັ່ນ: ຕະ­ຫຼາດ​ຂົວ​ດິນ ຕະ­ຫຼາດ​ທົ່ງ​ຂັນ​ຄຳ​ພາກ​ເຊົ້າ 1 ແລະ ພາກ​ເຊົ້າ 2 ຕະ­ຫຼາດ​ໂພນ​ຕ້ອງ​ສະ­ຫວ່າງ ຕະ­ຫຼາດ​ຫ້ວຍ​ຫົງ ຕະ­ຫຼາດ​ໂນນ​ຄໍ້ ຕະ­ຫຼາດ​ດອນ​ໜູນ ແລະ ຕະ­ຫຼາດ​ອື່ນໆ​ທີ່​ເຫັນ​ວ່າ​ມີ​ຄວາມ​ສັບ­ສົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...