spot_img
Homeຂ່າວທ້ອງຖິ່ນປະກາດແຕ່ງຕັ້ງຮອງຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ I ຄົນໃໝ່

ປະກາດແຕ່ງຕັ້ງຮອງຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ I ຄົນໃໝ່

Published on

ກອງບັນຊາການ ປກສ ນວ ລາຍງານວ່າ ໄດ້ຈັດພິທີປະກາດແຕ່ງຕັ້ງ ຮອງຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວ-ໄທ I ແລະ ຮອງຫົວໜ້າດ່ານ ຕມ ສາກົນສະຖານີລົດໄຟທ່ານາແລ້ງ ຕອນບ່າຍວັນທີ 3 ກັນຍາ 2020, ທີ່ຫ້ອງປະຊຸມດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ I ໂດຍການເປັນປະທານຂອງ ພັອ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາການ ປກສ ນວ, ເຂົ້າຮ່ວມໂດຍ ພັອ ປັອ ຄຳພອນ ເທບພະວົງ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບລາວ-ໄທ I ມີ: ພັທ ສັງວານ ຂາວປະເສີດ ຫົວໜ້າຫ້ອງສັນຕິ ບານ, ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຈໍານວນ 50 ສະຫາຍ, ຍິງ 20 ສະຫາຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ ພັທ ນາງ ບົວລະພັນ ທິລະສັກ ຫົວໜ້າຫ້ອງການເມືອງ ປກສ ນວ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ເປັນຮອງຫົວໜ້າດ່ານ ຕມ ສາກົນ ສະບັບເລກທີ 792/ປກສ ນວ, ລົງວັນທີ 24 ກໍລະກົດ 2020, ໃນນີ້ ໄດ້ແຕ່ງຕັ້ງ ພັທ ພູມີ ອິນທະວົງ, ພັທ ເຕິ້ນ ພົມໂສພາ, ພັຕ ສົມປາດຖະໜາ ໜໍ່ເພັງວານິດ, ພັຕ ບຸນແສງ ແສງມະນີ, ພັຕ ພູມີ ດວງມະນີ ແລະ ພັຕ ຄໍານ້ອຍ ວົງວິໄລ ເປັນຮອງຫົວໜ້າດ່ານ ຕມ ສາກົນ ຂົວມິດຕະພາບລາວ-ໄທ I; ແຕ່ງຕັ້ງ ພັທ ຈໍາປາ ທໍາມະວົງ ແລະ ພັທ ສຸລິວົງ ວັນທະນາ ເປັນຮອງຫົວໜ້າດ່ານ ຕມ ສາກົນ ສະຖານີລົດໄຟທ່ານາແລ້ງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...