spot_img
Homeຂ່າວທ້ອງຖິ່ນເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍາດໄດ້ທີ 2 ກີລາການທະຫານ

ເຫຼົ່າຮົບຊ່າງແສງ ກອງທັບປະຊາຊົນລາວ ຍາດໄດ້ທີ 2 ກີລາການທະຫານ

Published on

ໜັງສືພິມວຽງຈັນໃໝ່ ລາຍງານວ່າ ທັບ​ນັກ​ກິ­ລາ​ເຫຼົ່າ​ຮົບ​ຊ່າງ​ແສງ ກອງ­ທັບ​ປະ­ຊາ­ຊົນ​ລາວ ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ ຫຼັງ​ສາ­ມາດ​ຍາດ​ອັນ​ດັບ 2 ມາ​ຄອງ​ໄດ້​ເລັດ ເປັນ​ຮອງ​ພຽງ​ທີມ​ເຫຼົ່າ​ຮົບ​ຊ່າງ​ແສງ​ຣັດ​ເຊຍ ເຈົ້າ­ພາບ ແລະ ເບ​ຣາ​ຣຸດ ອັນ​ດັບ​ທີ 1 ຮ່ວມ ຫຼັງ​ມີ​ຄະ­ແນນ​ເທົ່າ​ກັນ ໃນ​ການ​ແຂ່ງ­ຂັນ​ກີ­ລາ​ການ​ທະ­ຫານ ປະ­ຈຳ​ປີ 2020 ຫຼື ARMY GAMES 2020 ທີ່​ປະ­ເທດ​ຣັດ​ເຊຍ ເປັນ​ເຈົ້າ­ພາບ.

ການ​ແຂ່ງ­ຂັນ​ກີ­ລາ​ການ​ທະ­ຫານ ປະ­ຈຳ​ປີ 2020 ຮອບ​ຊີງ​ຊະ­ນະ​ເລີດ ການ​ນຳ​ໃຊ້​ພາ­ຫະ­ນະ​ຊ່າງ​ແສງ​ຮັບ­ປະ­ກັນ​ສູ້​ຮົບ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ສິງ­ຫາ 2020 ຢູ່​ສະ­ໜາມ​ແຂ່ງ­ຂັນ​ຂອງ​ກອງ​ພົນ​ນ້ອຍ​ຊ່າງ​ແສງ ກອງ­ທັບ​ສະ­ຫະ­ພັນ​ຣັດ​ເຊຍ ທີ່​ເມືອງ​ໂວນ​ກາ​ກຼາດ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ສະ­ຫາຍ ພົນ​ຈັດ­ຕະ­ວາ ສະ​ເມຍ​ຊະ​ໂກ ຮອງ​ຫົວ­ໜ້າ​ເຫຼົ່າ​ຮົບ​ຊ່າງ​ແສງ​ກຳ­ລັງ​ປະ­ກອບ​ອາ­ວຸດ ສະ­ຫະ­ພັນ​ຣັດ​ເຊຍ ມີ​ຄະ­ນະ​ນຳ ຄູ​ເຝິກ ນັກ­ກີ­ລາ ແລະ ກອງ​ເຊຍ​ຈາກ 6 ປະ­ເທດ​ເຂົ້າ​ຮ່ວມ.

ການ​ແຂ່ງ­ຂັນ​ຮອບ​ຊີງ​ຊະ­ນະ​ເລີດ ໄດ້​ແຂ່ງ­ຂັນ​ການ​ນຳ​ໃຊ້​ພາ­ຫະ­ນະ​ຊ່າງ​ແສງ​ຮັບ­ປະ­ກັນ​ສູ້​ຮົບ ໂດຍ​ມີ 6 ປະ­ເທດ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຄື: ຣັດ​ເຊຍ (ເຈົ້າ­ພາບ) ເບ​ຣາ​ຣຸດ ມົງ​ໂກ​ລີ ອູ​ສະ​ເບັກ​ກິດ​ສະ­ຖານ ປາ​ກິດ​ສະ­ຖານ ແລະ ສປປ ລາວ ໃນ​ນີ້ ເຫຼົ່າ​ຮົບ​ຊ່າງ​ແສງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ໄດ້​ສົ່ງ 6 ປະ­ເພດ​ພາ­ຫະ­ນະ​ເຂົ້າ​ຮ່ວມ ແຂ່ງ­ຂັນ​ເຊັ່ນ: ລົດ​ຂຸດ​ຂຸມ​ຄອງ ລົດ​ສ້າງ​ສິ່ງ​ກີດ­ຂວາງ​ແຕກ ລົດ​ສ້າງ​ສິ່ງ​ກີດ­ຂວາງ​ບໍ່​ແຕກ ລົດ­ດຸດ ລົດ​ທຳ­ລາຍ​ສິ່ງ​ກີດ­ຂວາງ ແລະ ລົດ​ເຮືອ ຜ່ານ​ການ​ແຂ່ງ­ຂັນ ຜົນ​ປາ­ກົດ​ວ່າ: ລາ­ງວັນ​ທີ I ມີ​ຄະ­ແນນ​ລວມ​ສະ­ເໝີ​ກັນ ແມ່ນ​ທີມ​ເຫຼົ່າ​ຮົບ​ຊ່າງ​ແສງ​ຣັດ​ເຊຍ ແລະ ປະ­ເທດ​ເບ​ຣາ​ຣຸດ ແລະ ລາ­ງວັນ​ຮອງ​ຊະ­ນະ​ເລີດ ແມ່ນ​ທີມ​ເຫຼົ່າ​ຮົບ​ຊ່າງ​ແສງ ກອງ­ທັບ​ປະ­ຊາ­ຊົນ​ລາວ.

ນອກ­ຈາກ​ນັ້ນ ນັກ­ກີ­ລາ​ເຫຼົ່າ​ຮົບ​ຊ່າງ​ແສງ ກອງ­ທັບ​ປະ­ຊາ­ຊົນ​ລາວ ຍັງ​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ນັກ​ຂັບ​ຂີ່​ດີ­ເດັ່ນ 2 ສະ­ຫາຍ ໃນ​ປະ­ເພດ​ລົດ​ທຳ­ລາຍ​ສິ່ງ​ກີດ­ຂວາງ ໂອ­ກາດ​ດັ່ງ­ກ່າວ ສະ­ຫາຍ ພົນ​ຈັດ­ຕະ­ວາ ສະ​ເມຍ​ຊະ​ໂກ ກໍ​ໄດ້​ເປັນ​ກຽດ​ປະ­ດັບ​ຫຼຽນ​ມິດ­ຕະ­ພາບ​ໃຫ້​ແກ່​ບັນ­ດາ​ນັກ­ກີ­ລາ​ແຕ່​ລະ​ທີມ ​ທີ່​ໄດ້​ເຮັດ​ສຳ­ເລັດ​ໜ້າ­ທີ່​ໃນ​ການ​ແຂ່ງ­ຂັນ​ຄັ້ງ​ນີ້ ພ້ອມ​ທັງ​ມອບ​ລາງ​ໃຫ້​ທີມ​ທີ່​ຊະ­ນະ​ເລີດ ແລະ ຮອງ​ຊະ­ນະ​ເລີດ​ຢ່າງ​ສົມ​ກຽດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...