spot_img
Homeຂ່າວທ້ອງຖິ່ນຄວາມໝາຍ ແລະ ຄວາມເປັນມາຂອງ ບຸນຫໍ່ເຂົ້າສະຫຼາກ

ຄວາມໝາຍ ແລະ ຄວາມເປັນມາຂອງ ບຸນຫໍ່ເຂົ້າສະຫຼາກ

Published on

ວັນບຸນຫໍ່ເຂົ້າສະຫຼາກ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ພສ 2563 ກົງກັບວັນທີ 02 ກັນຍາ 2020 ນີ້ເລີຍຢາກຈະນໍາສະເໜີບັນດາທ່ານໃຫ້ຮູ້ຈັກກັບ ຄວາມໝາຍ, ຄວາມສໍາຄັນ ແລະ ປະຫວັດຄວາມເປັນມາຂອງ ບຸນຫໍ່ເຂົ້າສະຫຼາກ ຫຼື ບຸນເດືອນສິບ ໃນຮີດ 12 ຂອງລາວເຮົາ.

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາ ຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ເຈົ້າພຣະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະ ຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງທານໄປຖວາຍພຣະສົງ ຊາວບ້ານຈະຈັບສະຫຼາກກັບພຣະພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ-ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພຣະ-ເນນອົງນັ້ນ.

ນອກນັ້ນ, ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ເຊິ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າ ໄດ້ແກ່ ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.

ຮຽບຮຽງໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...