Homeຂ່າວທ້ອງຖິ່ນຈະລາຈອນ ນວ ວາງກໍາລັງເພີ່ມ 428 ສະຫາຍ ແກ້ໄຂການສັນຈອນແອອັດ ໃນໄລຍະເປີດສົກຮຽນໃໝ່

ຈະລາຈອນ ນວ ວາງກໍາລັງເພີ່ມ 428 ສະຫາຍ ແກ້ໄຂການສັນຈອນແອອັດ ໃນໄລຍະເປີດສົກຮຽນໃໝ່

Published on

ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລາຍງານ ໃນຕອນເຊົ້າຂອງວັນທີ 28 ສິງຫາ 2020, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ຜ່ານແຜນບັນຈຸກໍາລັງລົງລະບາຍລົດ ແລະ ແກ້ໄຂການສັນຈອນແອອັດ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະເປີດສົກຮຽນໃໝ່ປະຈໍາປີ 2020-2021 ໃນມໍ່ໆນີ້.

ພັທ ບຸນມາກ ສູນດາໄລ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໄດ້ໃຫ້ຮູ້ວ່າ: ການເປີດສົກຮຽນໃໝ່ໃນປີ 2020-2021 ນີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ມີແຜນລະອຽດ ແລະ ພ້ອມກັນເຂັ້ມງວດໃນການຈັດຕັ້ງປະຕິບັດ. ໂດຍໄດ້ວາງກໍາລັງລົງປະຈໍາຈຸດ, ປ້ອມ, ໂຮງຮຽນ, ເສັ້ນທາງ, 3 ແຍກ, 4 ແຍກ ແລະ ວົງວຽນ ໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ມີທັງໝົດຈໍານວນ 114 ຈຸດ, 428 ສະຫາຍ ເພື່ອແກ້ໄຂການສັນຈອນແອອັດໃນການໄປ-ມາ ໂດຍສະເພາະນັກຮຽນ-ນັກສຶກສາ ໃຫ້ມີຄວາມສະດວກສະບາຍ, ຫຼີກລ່ຽງການເກີດບັນຫາອຸບັດຕິເຫດ ແລະ ເຮັດໃຫ້ການສັນຈອນມີຄວາມຄ່ອງຕົວດີຂຶ້ນ.

ໃນພິທີ, ພັທ ເພັງສະຫວັນ ທໍາມະບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງ ຜູ້ປົກຄອງທີ່ມາສົ່ງລູກຫຼານເຂົ້າໂຮງຮຽນ ຫ້າມບໍ່ໃຫ້ຈອດລົດຊະຊາຍຕາມແຄມທາງ ຫຼື ທາງຄົນຍ່າງ, ໃຫ້ໄປຈອດຕາມສະຖານທີ່ຂອງໂຮງຮຽນກຳນົດໃຫ້ ແລະ ບັນດາທ່ານຜູ້ໃຊ້ລົດ-ໃຊ້ຖະໜົນ ຕ້ອງເອົາໃຈໃສ່ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...