spot_img
Homeຂ່າວຕ່າງປະເທດຈີນຮຽກຮ້ອງໃຫ້ສະມາຊິກອາຊຽນທຳງານຮ່ວມເພື່ອຫາແນວທາງປະຕິບັດສຳລັບທະເລຈີນໃຕ້

ຈີນຮຽກຮ້ອງໃຫ້ສະມາຊິກອາຊຽນທຳງານຮ່ວມເພື່ອຫາແນວທາງປະຕິບັດສຳລັບທະເລຈີນໃຕ້

Published on

ສຳນັກຂ່າວ South China Morning Post ລາຍງານວ່າ ລັດຖະບານຈີນໄດ້ເຊີນນັກການທຸດຈາກ 10 ປະເທດໃນອາຊຽນ ມາປະຊຸມຮ່ວມກັນ ແລະ ຝ່າຍຈີນສະແດງຄວາມກັງວົນກ່ຽວກັບຄວາມສ່ຽງທີ່ຈະເກີດຄວາມຂັດແຍ້ງຢູ່ທະເລຈີນໃຕ້ ເຊິ່ງຈີນມີກໍລະນີຂັດແຍ້ງຮ່ວມກັບນານາປະເທດອາຊຽນ ແລະ ຕອນນີ້ອາເມລິກາຍັງປະກາດຈຸດຢືນໃນທະເລຈີນໃຕ້ຊັດເຈນຂຶ້ນ.

ໃນລະຫວ່າງການປະຊຸມທີ່ປັກກິ່ງເມື່ອເດືອນສິງຫາ ເຈົ້າໜ້າທີ່ຈີນເຊິ່ງຮັບຜິດຊອບກິດຈະການທາງທະເລ ແລະ ເຂດແດນສະແດງຄວາມກັງວົນວ່າໃນເວລານີ້ມີ “ຄວາມສ່ຽງສູງ” ຈາກກິດຈະກຳທາງທະຫານຂອງ “ປະເທດນອກພາກພື້ນ” ເຊິ່ງເປັນຄຳທີ່ຈີນມັກໃຊ້ເມື່ອເວົ້າເຖິງບົດບາດຂອງອາເມລິກາໃນອາຊຽນ.

ທາງລັດຖະບານຈີນຮຽກຮ້ອງໃຫ້ສະມາຊິກສະມາຄົມແຫ່ງຊາດອາຊຽນ ທຳງານຮ່ວມກັບລັດຖະບານຈີນເພື່ອກັບມາເຈລະຈາເລື່ອງແນວທາງປະຕິບັດ (code of conduct) ສຳລັບທະເລຈີນໃຕ້ໂດຍໄວທີ່ສຸດ ເພາະຈີນບໍ່ຕ້ອງການໃຫ້ມືທີສາມເຂົ້າມາຍາດຊິງໂອກາດນີ້ ຈາກປະເທດທີ່ບໍ່ໄດ້ເປັນສ່ວນໜຶ່ງຂອງການເຈລະຈາ.

ທັງນີ້, ແນວປະຕິບັດ ຫຼື code of conduct ເປັນສິ່ງທີ່ອາຊຽນກັບຈີນເຈລະຈາກັນມາຫຼາຍປີ ແລະ ບໍ່ມີຄວາມຄືບໜ້າ ເປັນທາງອອກສຳລັບທຸກຝ່າຍໃນການໃຊ້ທະເລຈີນໃຕ້ຮ່ວມກັນ.

ນັກການທູດຕ່າງໆ ຈາກອາຊຽນເຊື່ອວ່າການປະຊຸມດັ່ງກ່າວເນັ້ນຢໍ້າເຖິງຄວາມຕັ້ງໃຈຂອງຈີນທີ່ຈະໃຫ້ເພື່ອນບ້ານໃນອາຊຽນໃກ້ຊິດກັບຕົນຫຼາຍຂຶ້ນ ແລະ ຜັກດັນອາເມລິກາອອກໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...