spot_img
Homeຂ່າວທ້ອງຖິ່ນຈີນຂູ່ອາເມລິກາຈະບໍ່ສົ່ງຢາໃຫ້ຫຼັງຖືກກີດກັ້ນບໍ່ໃຫ້ຈີນເຂົ້າເຖິງຊິບຄອມພິວເຕີ

ຈີນຂູ່ອາເມລິກາຈະບໍ່ສົ່ງຢາໃຫ້ຫຼັງຖືກກີດກັ້ນບໍ່ໃຫ້ຈີນເຂົ້າເຖິງຊິບຄອມພິວເຕີ

Published on

ເວັບໄຊ posttoday ລາຍງານວ່າ ທ່ານ ຫຼີ່ເຕົ້າຂຸຍ ນັກເສດຖະສາດຈາກມະຫາວິທະຍາໄລຊິງຫົວ ແລະ ທີ່ປຶກສາລັດຖະບານຈີນ ແນະນຳໃຫ້ທາງລັດຖະບານຈີນໃຊ້ການສົ່ງອອກຢາ ແລະ ສານຕັ້ງຕົ້ນເປັນອາວຸດຕອບໂຕ້ຫາກທາງລັດຖະບານ ສ. ອາເມລິກາ ກີດກັ້ນບໍ່ໃຫ້ຈີນເຂົ້າເຖິງຊິບຄອມພິວເຕີ.

ທ່ານ ຫຼີ່ ເປີດເຜີຍວ່າ ກວ່າ 90% ຂອງວັດຖຸດິບໃນການຜະລິດວິຕາມິນ ແລະ ຢາຕ້ານເຊື້ອຂອງ ສ. ອາເມລິກາ ລ້ວນຕ້ອງນຳເຂົາຈາກຈີນ ແລະ ສ.ອາເມລິກາກໍ່ບໍ່ສາມາດຜະລິດວັດຖຸດິບເຫຼົ່ານີ້ໄດ້ເອງໃນເວລາສັ້ນ “ແນ່ນອນວ່າເຮົາຈະບໍ່ເຮັດແບບນີ້ກັບໃຜກ່ອນ ແຕ່ຫາກ ສ. ອາເມລິກາກ້າຫຼິ້ນຕຸກຕິກ ເຮົາຈະຕອບໂຕ້ດ້ວຍວິທີເຫຼົ່ານີ້”.

ທ່ານ ຫຼີ່ ຍັງກ່າວຕື່ມອີກວ່າ ການປິດກັ້ນຈີນຈາກຊິບທັງໝົດເທົ່າກັບເປັນການກົດປຸ່ມລະເບີດນິວເຄຣຍ ແລະ ການທຳລາຍລະບົບເສດຖະກິດຂອງຈີນເທົ່າກັບເປັນການເປີດສົງຄາມກັບປາກທ້ອງຂອງປະຊາຊົນຈີນ ຈີນຈຶ່ງມີສິດເປີດສົງຄາມກັບ ສ.ອາເມລິກາດ້ວຍຢາເຊັ່ນດຽວກັນ.

ເມື່ອອາທິດທີ່ຜ່ານມາ ທາງ ສ.ອາເມລິກາ ໄດ້ມີຄຳສັ່ງຈຳກັດການເຂົ້າເຖິງເທັກໂນໂລຢີຊິບ ແລະ ຊັອຟ ແວຣ໌ ອາເມລິກາຂອງຫົວເວີ່ຍ ແລະ ຍັງຂຶ້ນບັນຊີດຳ ບໍລິສັດໃນເຄືອຂອງຫົວເວີ່ຍອີກ 38 ແຫ່ງ ໃນ 21 ປະເທດ ລວມເຖິງໄທ ໂດຍລະບຸວ່າບໍລິສັດເຫຼົ່ານີ້ອາດເປັນຕົວແທນຫົວເວີ່ຍໃນການເຮັດທຸລະກຳທີ່ຂັດກັບຜົນປະໂຫຍດຂອງ ສ.ອາເມລິກາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...