Homeຂ່າວທ້ອງຖິ່ນWHOຮຽກຮ້ອງທຸກປະເທດຕ້ອງສຶກສາພູມຄຸ້ມກັນໃນການຕ້ານເຊື້ອໂຄວິດ-19 ຫຼັງພົບຜູ້ຕິດເຊື້ອຊໍ້າ

WHOຮຽກຮ້ອງທຸກປະເທດຕ້ອງສຶກສາພູມຄຸ້ມກັນໃນການຕ້ານເຊື້ອໂຄວິດ-19 ຫຼັງພົບຜູ້ຕິດເຊື້ອຊໍ້າ

Published on

ເວັບໄຊ bangkokbiznews ລາຍານວ່າ ອົງການອານາໄມໂລກ (WHO) ຮຽກຮ້ອງເຖິງຄວາມຈຳເປັນໃຫ້ທຸກປະເທດຕ້ອງມີການສຶກສາເພີ່ມຂຶ້ນເພື່ອຕັດສິນວ່າ ມະນຸດມີພູມຄຸ້ມກັນໃນການຕ້ານເຊື້ອໂຄວິດ-19 ໄດ້ດົນປານໃດ ຫຼັງຈາກທີ່ຮົງກົງມີລາຍງານວ່າພົບຊາຍໄວອາຍຸ 33 ປີ ກັບມາຕິດເຊື້ອໂຄວິດ-19 ຊໍ້າເປັນຄັ້ງທີ 2.

ທ່ານ ນາງ ມາເຣຍ ແວນ ເຄີໂຄຟ ຫົວໜ້າຝ່າຍເທັກນິກຂອງໂຄງການສຸກເສີນດ້ານສຸຂະພາບຂອງ WHO ລະບຸວ່າ ຄົນທີ່ຕິດເຊື້ອໂຄວິດ-19 ສ້າງພູມຄຸ້ມກັນໂຕເອງຂຶ້ນມານັ້ນ ກໍ່ຍັງບໍ່ມີຄວາມຊັດເຈນຈົນເຖິງຕອນນີ້ວ່າ ພູມຄຸ້ມກັນທີ່ສ້າງຂຶ້ນນັ້ນຈະແຂງແກ່ນ ແລະ ຢູ່ໄດ້ດົນປານໃດ.

ທ່ານ ນາງ ເຄີໂຄຟ ລະບຸວ່າ WHO ໄດ້ແນະນຳປະເທດຕ່າງໆໃຫ້ເຮັດການກວດຫາລຳດັບນິວຄລີໂຮໄທ (DNA sequencing) ຂອງໂຄວິດ-19 ເພື່ອໃຫ້ເຂົ້າໃຈເລິກເຊິ່ງກວ່າເກົ່າວ່າ ໂຣກນີ້ສາມາດສົ່ງຜົນກະທົບຕໍ່ປະຊາກອນແນວໃດ ລວມເຖິງຜູ້ທີ່ເຄີຍຕິດເຊື້ອມາແລ້ວ.

ກໍລະນີຂອງຜູ້ປ່ວຍຊາວຮົງກົງທີ່ກັບມາຕິດເຊື້ອໂຄວິດ-19 ຊໍ້ານັ້ນ, ນັກວິໄຈຈາກມະຫາວິທະຍາໄລຮົງກົງພົບຄວາມແຕກຕ່າງ 4 ນິວຄລີໂອໄທໃນໄວຣັດທີ່ຊາຍຄົນດັ່ງກ່າວຕິດເຊື້ອຄັ້ງທຳອິດໃນເດືອນ ມີນາ ແລະ ກໍ່ມາຕິດເຊື້ອໂຄວິດ-19ຊໍ້າໃນເດືອນສິງຫາ.

ທ່ານ ນາງ ເຄີໂຄຟ ເປີດເຜີຍກັບຜູ້ສື່ຂ່າວໃນການຖະແຫຼງຂ່າວອອນໄລນ໌ວ່າ “ເຮົາຍັງບໍ່ຈຳເປັນຕ້ອງດ່ວນສະຫຼຸບຫຍັງເທື່ອ ເຖິງແມ່ນວ່າກໍລະນີນີ້ຈະເປັນການຕິດເຊື້ອຊໍ້າຄົນທຳອິດ ເພາະຈາກປະສົບການຂອງເຮົາກັບການຕິດເຊື້ອໂຣກອື່ນໆ ຂອງມະນຸດ ລວມເຖິງເຊື້ອ MERS ແລະ SARS ເຮັດໃຫ້ເຮົາຮູ້ວ່າ ມະນຸດມີການສ້າງພູມຄຸ້ມກັນເປັນໄລຍະເວລາໜຶ່ງ ແຕ່ພູມຄຸ້ມກັນນັ້ນອາດຫຼຸດລົງ”

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...