spot_img
Homeຂ່າວທ້ອງຖິ່ນລັດເລັ່ງປັບປຸງບາງເນື້ອໃນຂອງດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ

ລັດເລັ່ງປັບປຸງບາງເນື້ອໃນຂອງດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ

Published on

ຮ່າງດໍາລັດວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ໄດ້ຍົກຂຶ້ນມາພິຈາລະນາໃໝ່ ໂດຍເປັນປະທານ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ໜັງສືພິມວຽງຈັນທາມ ລາຍງານວ່າ ທີ່ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2020 ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຄະນະລັດຖະບານໄດ້ພິຈາລະນາ ແລະ ປຶກສາຫາລື ຮັບຮອງເອົາດໍາລັດ ວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ ເພື່ອກຳນົດຫຼັກການ, ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ ເພື່ອລະດົມທຶນ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນ ໃຫ້ແກ່ການຊ່ວຍເຫຼືອສຸກເສີນ, ການສ້ອມແປງໂຄງລ່າງພື້ນຖານທີ່ຈໍາເປັນ, ການຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ປະສົບໄພພິບັດ ກັບຄືນສູ່ສະພາບປົກກະຕິ ຫຼື ດີຂຶ້ນກວ່າເກົ່າ.

ນອກນັ້ນ, ຄະນະລັດຖະບານ ຍັງໄດ້ມີການປຶກສາຫາລືກັນ ໃນການປັບປຸງຊື່ຂອງກອງທຶນ ເປັນ ດຳລັດວ່າດ້ວຍ ກອງທຶນໄພພິບັດ ແລະ ເຮັດເປັນກອງທຶນດຽວ ໂດຍມອບໃຫ້ພາກສ່ວນກ່ຽວຂ້ອງນໍາເອົາ ຮ່າງດຳລັດດັ່ງກ່າວໄປປັບປຸງເນື້ອໃນໃຫ້ຊັດ ເຈນເປັນຕົ້ນ ພາລະບົດບາດຂອງກອງທຶນ, ການລະດົມທຶນ, ແຫຼ່ງລາຍຮັບ ແລະ ການນໍາໃຊ້ກອງທຶນ, ການຄຸ້ມຄອງບໍລິຫານກອງທຶນ, ການເປີດບັນຊີການກວດສອບ, ລະບຽບການລາຍງານ ແລະ ການກວດກາກອງທຶນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...