spot_img
Homeຂ່າວທ້ອງຖິ່ນເບິ່ງຢູທູບໄດ້ເງິນແທ້ບໍ່? ທຸລະກິດອອນໄລນ໌ທີ່ຫຼາຍຄົນສົງໄສ

ເບິ່ງຢູທູບໄດ້ເງິນແທ້ບໍ່? ທຸລະກິດອອນໄລນ໌ທີ່ຫຼາຍຄົນສົງໄສ

Published on

ການເບິ່ງຢູທູບແລ້ວໄດ້ເງິນເປັນທຸລະກິດອອນໄລນ໌ຮູບແບບໜຶ່ງທີ່ມີລັກສະນະເປັນແບບທລະກິດລູກໂສ້ ຍ້ອນເງື່ອນໄຂທີ່ໃຫ້ຜູ້ສະໝັກເປັນສະມາຊິກຄົນທຳອິດ ສາມາດນຳລິ້ງຂອງຕົນໄປໃຊ້ສະໝັກໃຫ້ກັບຜູ້ອື່ນໄດ້ໃນຈຳນວນ 30 ຄົນ.

ວິທີການໄດ້ເງິນຈາກການເບິ່ງຢູທູບຄືຄົນທີ່ສະໝັກເປັນສະມາຊິກໄດ້ຈະເງິນຢູ່ 2 ຊ່ອງທາງຫຼັກຄື: 1. ໄດ້ເງິນຈາກທີ່ຕົວເອງເບິ່ງຢູທູບເອງ ແລະ 2. ໄດ້ຈາກສະມາຊິກເບິ່ງວິດີໂອໃນຢູ່ທູບ (ຄົນ/ຄັ້ງ/ວິດີໂອ) ໂດຍອີງຈາກຂໍ້ມູນເວັບໄຊ adrepay ວິດີໂອໜຶ່ງມີຄວາມຍາວປະມານ 10 ນາທີ ມູນຄ່າວິດີໂອນັ້ນ 0.03 ບາດ ໂດຍທ່ານຈະໄດ້ເງິນເພີ່ມຈາກສະມາຊິກຂອງທ່ານ 0.01ບາດ ຕໍ່ຄົນ/ຄລິບ/ວິດີໂອ.

ຜູ້ທີ່ສະໝັກຕ້ອງມີບັນຊີທະນາຄານບໍ່ວ່າຈະເປັນບັນຊີ Master Card, PayPal ຫຼື Western Union ເພື່ອຮັບເງິນເຂົ້າ ແຕ່ມີເງື່ອນໄຂກ່ອນທີ່ຈະສາມາດຖອນເງິນອອກມາໄດ້ແມ່ນຕ້ອງຈ່າຍເງິນໃຫ້ເວັບໄຊກ່ອນ 15 ໂດລາ.

ການສະສົມເງິນເຂົ້າໃນບັນຊີ ແຕ່ລະເວັບມູນຄ່າຂອງວິດີໂອຈະໃຫ້ແຕກຕ່າງກັນອອກໄປ ພ້ອມກັບເງື່ອນໄຂການຊໍາລະເງິນ ແລະ ເງື່ອນໄຂອື່ນໆ ກໍ່ຕ່າງກັນອອກໄປ. ເຊິ່ງທຸລະກິດອອນໄລນ໌ໃນຮູບແບບນີ້ມັນເລີ່ມມີມາຕັ້ງແຕ່ປີ 2010 ໃນຕ່າງປະເທດ ແຕ່ສຳລັບປະເທດລາວແມ່ນຫາກໍ່ເລີ່ມມີກະແສເມື່ອຕົ້ນເດືອນ ສິງຫາ ເປັນຕົ້ນມາ.

ປັດຈບັນ, ໄດ້ມີຫຼາຍຄົນທີ່ລອງສະໝັກ ແລະ ເຮັດການເບິ່ງຢູທູບເພື່ອສະສົມເງິນ, ໂດຍມີຫຼາຍຄົນອອກມາກ່າວເຕືອນດ້ວຍຄວາມຫວັງດີ ເນື່ອງຈາກວ່າພວກເຂົາເຫຼົ່ານັ້ນລອງເຮັດແລ້ວ ກໍ່ເສຍເງິນ 15 ໂດລາ ໄປລ້າໆ ເມື່ອສົ່ງຂໍ້ຄວາມໄປທວງຖາມເລື່ອງເງິນ ບາງຄົນກໍ່ຖືກປິດບັນຊີໄປເລີຍກໍ່ມີ.

ເພາະທຸລະກິດໃນຮູບແບບນີ້ມັນສາມາດຫຼອກລໍ້ຜູ້ຄົນມາຕິດກັບໄດ້ງ່າຍ ເນື່ອງຈາກທີ່ຮູ້ກັນດີວ່າທຸກວັນນີ້ ຢູທູບ ຄືໂຊຊຽວມີເດຍໃຫຍ່ທີ່ສຸດໃນໂລກທີ່ລວມສູນຄວາມບັນເທີງ ແລະ ຄວາມຮູ້ ເປັນທີ່ນິຍົມທົ່ວ ໂລກ ປົກກະຕິຄົນເຮົາກໍ່ເຂົ້າເບິ່ງຢູທູບກັນຢູ່ແລ້ວ ແຕ່ຖ້າເບິ່ງແລ້ວໄດ້ເງິນພ້ອມມັນແຮງກະຕຸ້ນຄວາມຕ້ອງການຂອງຄົນໄດ້ຢ່າງຕອບໂຈດ ຈ່ຶງເຮັດໃຫ້ເກີດມີກຸ່ມມິດສາຊີບສ້າງບັນຊີປອມ, ເອກະສານປອມ, ເວັບໄຊປອມ ແລະ ອື່ນໆຂຶ້ນມາ ເພື່ອຕົ້ມຕຸນ ເຮັດໃຫ້ມີຫຼາຍຄົນຕົກເປັນເຫຍື່ອໂດຍປະລິຍາຍ. ສະນັ້ນ, ກ່ອນຈະຕັດສິນໃຈສະໝັກຕ້ອງສຶກສາຂໍ້ມູນໃຫ້ດີກ່ອນ, ສຶກສາຄວາມໜ້າເຊື່ອຖື ແລະ ວິເຄາະຄວາມເປັນໄປໄດ້ໃຫ້ລະອຽດຖີ່ຖ້ວນກ່ອນຕັດສິນໃຈ. ສຳລັບຄົນທີ່ໄດ້ເງິນຈາກການເບິ່ງຢູທູບກໍ່ຍິນດີນຳ ແຕ່ສຳລັບຜູ້ທີ່ບໍ່ໄດ້ກໍ່ຖືວ່າເປັນບົດຮຽນຊີວິດ.

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...