spot_img
Homeຂ່າວທ້ອງຖິ່ນລາຄາວັກຊີນໂຄວິດ-19 ຂອງ ສ.ປ ຈີນແພງທີ່ສຸດໃນໂລກ

ລາຄາວັກຊີນໂຄວິດ-19 ຂອງ ສ.ປ ຈີນແພງທີ່ສຸດໃນໂລກ

Published on

ເວັບໄຊ posttoday ລາຍງານວ່າ ບໍລິສັດຜະລິດຢາລາຍໃຫຍ່ທີ່ລັດຖະບານຈີນເປັນເຈົ້າຂອງ ແລະ ກຳລັງພັດທະນາວັກຊີນໂຄວິດ-19 ຕັ້ງລາຄາວັກຊີນຂອງຕົວເອງສູງກວ່າວັກຊີນຂອງປະເທດອື່ນ ແລະ ແພງທີ່ສດໃນໂລກ.

ທ່ານ ຫຼິວ ຈິ້ງ ເຈິນ ຜູ້ອຳນວຍການບໍລິສັດຜະລິດຢາ ຊິໂນຟາມ (Sinopharm) ເຜີຍກັບໜັງສືພິມກວາງໝິງຣື່ເປົາຂອງຈີນວ່າ ວັກຊີນເຊື້ອຕາຍຂອງວັກຊີນ 2 ຕົວທີ່ບໍລິສັດກຳລັງພັດທະນາຈະຢູ່ທີ່ລາຄາປະມານ 145 ໂດລາ ຕໍ່ 2 ໂດສ ແລະ ຈະອອກສູ່ຕະຫຼາດໃນເດືອນທັນວານີ້.

ຈົນເຖິງຕອນນີ້ລາຄາວັກຊີນໂຄວິດ-19 ທີ່ຖືກທີ່ສດໃນໂລກທີ່ພັດທະນາໂດຍມະຫາວິທະຍາໄລ ອັອກຟັອດ ແລະ ບໍລິສັດ AstraZeneca ເຊິ່ງກຳລັງຢູ່ລະຫວ່າງການທົດສອບຂັ້ນສຸດທ້າຍ ສຳລັບລາຄາຢູ່ທີ່ 4 ໂດລາ ຕໍ່ 1 ໂດຣ.

ດ້ານລາຄາວັກຊີນໂຄວິດ-19 ຈາກບໍລິສັດອື່ນໆເຊັ່ນ:​ Pfizer ຢູ່ທີ່ 20 ໂດລາ ຕໍ່ 1 ໂດສ, ບໍລິສັດ ຈອນສັນ ແອນ ຈອນສັນ ລາຄາ 10 ໂດລາຕໍ່ 1 ໂດສ, ບໍລິສັດ Moderna ລາຄາ 32-37 ໂດລາຕໍ່ 1 ໂດສ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...