spot_img
Homeຂ່າວທ້ອງຖິ່ນຜົນກວດຜູ້ຕາຍເສຍຊີວິດຍ້ອນໂຣກວັນນະໂລກບໍ່ແມ່ນໂຄວິດ! ຊາວບ້ານໂລ່ງໃຈ

ຜົນກວດຜູ້ຕາຍເສຍຊີວິດຍ້ອນໂຣກວັນນະໂລກບໍ່ແມ່ນໂຄວິດ! ຊາວບ້ານໂລ່ງໃຈ

Published on

ຄວາມຄືບໜ້າໃນກໍລະນີທ້າວ ຄຳປຸນ ພິມຜາດີ ອາຍຸ 61ປີ ສັນຊາດລາວ ນອນເສຍຊີວິດປິດສະໜາທີ່ຈັງຫວັດອຸດອນທານີ ຊາວບ້ານກໍ່ພາກັນແຕກຕື່ນເພາະຢ້ານຜູ້ຕາຍຈະມີເຊື້ອໄວຣັດໂຄວິດ-19.

ເວັບໄຊຂ່າວ thaiexaminer ລາຍງານວ່າທ່ານ ນິລັດ ພົງສິດທິຖາວອນ ຜູ້ວ່າການຈັງຫວັດອຸດອນທານີ ກ່າວເຖິງກໍລະນີທ້າວ ຄຳປຸນ ພິມຜາດີ ອາຍຸ 61ປີ ສັນຊາດລາວ ນອນເສຍຊີວິດປິດສະໜາທີ່ຕຽງ ໃນເຮືອນພັກ ທີ່ບ້ານ ໜອງລາດ, ຕຳບົນໜອງເມັກ, ອຳເພີໜອງຫານ, ຈັງຫວັດອຸດອນທານີ ໂດຍກ່ອນເສຍຊີວິດຜູ້ຕາຍໄດ້ຮາກອອກເປັນເລືອດ ເຊິ່ງຜູ້ຕາຍພ້ອມກັບເມຍໄດ້ພາຍເຮືອຂ້າມນໍ້າຂອງເຂົ້າມາປະເທດໄທ ເຊິ່ງເປັນການເຂົ້າເມືອງແບບຜິດກົດໝາຍ.

ຈາກການກວດສອບທາງຫ້ອງປະຕິບັດການຂອງສູນວິທະຍາສາດການແພດທີ 8 ຈັງຫວັດອຸດອນທານີ ພົບວ່າ ບໍ່ພົບສານພັນທຸກຳຂອງເຊື້ອໄວຣັດໂຄໂຣນາ 2019 ໃນຮ່າງກາຍ ແຕ່ສາເຫດການເສຍຊີວິດມາຈາກໂຣກວັນນະໂລກ ເມື່ອຜົນການກວດສອບອອກມາຊັດເຈນແລ້ວ ເຮັດໃຫ້ຊາວບ້ານທັງອຳເພີໜອງຫານ ກໍ່ພາກັນໂລ່ງໃຈ.

ອ່ານຂ່າວຍ້ອນຫຼັງໄດ້ທີ່ລິ້ງ: ຄົນລາວເສຍຊີວິດປິດສະໜາຢູ່ໄທ!

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...