Homeຂ່າວທ້ອງຖິ່ນ"ໄຊຊະນະ" ວຸດວິດໂທດປະຫານຊີ ວິດອີກຄັ້ງ ເພາະຄຳໃຫ້ການມີປະ ໂຫຍດຕໍ່ຊັ້ນສອບສວນ

“ໄຊຊະນະ” ວຸດວິດໂທດປະຫານຊີ ວິດອີກຄັ້ງ ເພາະຄຳໃຫ້ການມີປະ ໂຫຍດຕໍ່ຊັ້ນສອບສວນ

Published on

ເວັບໄຊ sanook ລາຍງານໃນວັນທີ 20 ສິງຫາ ນີ້ວ່າ ສານອາຍາ ນັດອ່ານຄຳພິພາກສາສານອຸທອນຄະດີຢາເສບຕິດທີ່ພະນັກງານໄອຍະການຄະດີຢາເສຍຕິດ 10 ເປັນໂຈດຢື່ນຟ້ອງ ທ້າວ ໄຊຊະນະ ແກ້ວພິມພາ ອາຍຸ 42ປີ ສັນຊາດລາວ ແລະ ທ້າວ ຣັດຊະພົນ ຫຼື ກິມເລັ້ງ ລັດສະພົນພາກອນ ອາຍຸ 33ປີ ເປັນຈຳເລີຍທີ 1-3 ໃນຄວາມຜິດຖານ ຮ່ວມກັນສົມຄົບຄິດກະທຳຄວາມຜິດກ່ຽວກັບຢາເສບຕິດ ປະເພດ 1 ໄວ້ໃນຄອບຄອງເພື່ອຈຳໜ່າຍ, ໂດຍສານຂັ້ນຕົ້ນໄດ້ພິຈາລະນາເມື່ອວັນທີ 26 ກັນຍາ 2018 ໃຫ້ປະຫານຊີວິດ ທ້າວ ໄຊຊະນະ ແລະ ທ້າວ ຊຸມພອນ ແຕ່ຈຳເລີຍໃຫ້ການເປັນປະໂຫຍດຈ່ຶງຫຼຸດໂທດໃຫ້ 1 ໃນ 3 ເຫຼືອພຽງໂທດຕິດຄຸກຕະຫຼອດຊີວິດ ສ່ວນທ້າວ ຣັດຊະພົນ ສານພິພາກສາຍົກຟ້ອງ.

ສານອຸທອນໄດ້ກວດສອບສຳນວນພ້ອມປຶກສາກັນແລ້ວ ພິພາກສາແກ້ວ່າ ທ້າວ ໄຊຊະນະ ແກ້ວພິມພາ ຈຳເລີຍທີ 1 ມີຖານຄວາມຜິດຮ່ວມກັນຄ້າຢາເສບຕິດເພີ່ມອີກ 1 ຖານຄວາມຜິດ ຍັງຄົງໂທດປະຫານຊີວິດ ແຕ່ຄຳໃຫ້ການຂອງຈຳເລີຍທີ 1 ເປັນປະໂຫຍດໃນຊັ້ນສອບສວນ ຈຶ່ງຫຼຸດໂທດໃຫ້ 1 ໃນ 3 ເຫຼືອພຽງຕິດຄຸກຕະຫຼອດຊີວິດ, ສ່ວນຈຳເລີຍທີ 2 ຍັງພິພາກສາໃຫ້ຕິດຄຸກຕະຫຼອດຊີວິດຕາມສານຂັ້ນຕົ້ນຕັດສິນ, ໃນຂະນະທີ່ຈຳເລີຍທີ 3 ພະຍານຫຼັກຖານໂຈດຍັງບໍ່ພຽງພໍທີ່ຈະພິພາກສາລົງໂທດໄດ້ ແມ່ນໃຫ້ຍົກຟ້ອງ ນອກຈາກທີ່ແກ້ແລ້ວແມ່ນໃຫ້ເປັນໄປຕາມຄຳພິພາກສາຂອງສານຂັ້ນຕົ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...