spot_img
Homeຂ່າວທ້ອງຖິ່ນໂຄງການສາຍສົ່ງໄຟຟ້າ 115 ກິໂລໂວນ ຫົງສາ-ຊຽງຮ່ອນຈະສໍາເລັດທ້າຍປີນີ້

ໂຄງການສາຍສົ່ງໄຟຟ້າ 115 ກິໂລໂວນ ຫົງສາ-ຊຽງຮ່ອນຈະສໍາເລັດທ້າຍປີນີ້

Published on

ໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຢູ່ເຂດເມືອງຫົງສາ ຫາ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນທັນວາ 2018 ແລະ ຄາດວ່າຈະສໍາເລັດໃນເດືອນທັນວາ 2020, ເຊິ່ງໄລຍະຫ່າງຈາກສະຖານີຫົງສາ ຫາ ສະຖານີ ຊຽງຮ່ອນ ມີຄວາມຍາວທັງໝົດ 60 Km, ມີເສົາໄຟທັງໝົດ 154 ຕົ້ນ ແລະ ລະບົບການຕິດຕັ້ງແບບວົງຈອນຄູ່.

ໜັງສືພິມວຽງຈັນທາມ ລາຍງານວ່າ ເມື່ອວັນທີ 12 ສິງຫາ 2020 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມເມືອງຫົງສາ ໄດ້ຈັດກອງປະຊຸມ ປຶກສາຫາລືຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການກໍ່ສ້າງສາຍສົ່ງໄຟຟ້າ 115 ກິໂລໂວນ ຢູ່ເຂດເມືອງຫົງສາຫາເມືອງຊຽງຮ່ອນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມລິດ ເປືອກແກ້ວ ປະທານສະພາປະຊາຊົນ ແຂວງໄຊຍະບູລີ, ທ່ານ ບຸນປອນ ສີສຸລາດ ປະທານກຳໍມາທິການ ເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ພ້ອມນັ້ນກໍຍັງມີທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ພ້ອມທັງ ຄະນະຮັບຜິດຊອບ ແລະ ເຈົ້າຂອງໂຄງການ ທີ່ກ່ຽວຂ້ອງເຂົ້າຮ່ວມນຳ.

ໂຄງການດັ່ງກ່າວ ແມ່ນໜຶ່ງໃນຫ້າໂຄງການຂອງລັດວິສາຫະກິດໄຟຟ້າລາວ ທີ່ໄດ້ຮັບອະນຸມັດຈາກສະພາແຫ່ງຊາດ ໃຫ້ຈັດຕັ້ງປະຕິບັດ ໂດຍມີຈຸດປະສົງ ເພື່ອເຊື່ອມລະບົບສາຍສົ່ງ ໄຟຟ້າແຮງສູງ ສະໜອງໃຫ້ເມືອງຫົງສາ-ເມືອງຊຽງຮ່ອນ ແລະ ເມືອງໃກ້ຄຽງເພື່ອຮອງຮັບ ການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມຂອງເຂດດັ່ງກ່າວ,​ ເຊີ່ງມູນຄ່າການກໍ່ສ້າງທັງໝົດຫຼາຍກວ່າ 129 ລ້ານ ໂດລາສະຫະລັດ, ໂດຍແມ່ນ ເງິນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສ.ປຈີນ (The Export-Import Bank of China), ໂດຍແມ່ນ ບໍລິສັດ ເຮີເປີຍ ອິນທໍເລຊັນ ເອັນຈີເນຍຣີງ ຈຳກັດ (HEBEI Installation Engineering Co. Ltd) ເປັນຜູ້ຮັບເໝົາກໍ່ສ້າງ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...