spot_img
Homeຂ່າວຕ່າງປະເທດWeChat ບໍ່ໄດ້ຮັບຜົນກະທົບຫຼັງ "ທຣໍ້າ" ສັ່ງຫ້າມໃຊ້

WeChat ບໍ່ໄດ້ຮັບຜົນກະທົບຫຼັງ “ທຣໍ້າ” ສັ່ງຫ້າມໃຊ້

Published on

ຫຼັງຈາກທີ່ ທຣໍ້າ ກຽມສັ່ງຫ້າມ “WeChat” ແລະ “TikTok” ໃນອີກ 45 ວັນ ທາງ “WeChat” ກໍ່ໄດ້ອອກມາເປີດເຜີຍຕົວເລກວ່າພວກເຂົາເກືອບບໍ່ໄດ້ຮັບຜົນກະທົບໃດໆເລີຍ.

ເມື່ອວັນທີ 13 ສິງຫາ 2020 ສຳນັກຂ່າວ BBC ລາຍງານວ່າ ບໍລິສັດເທນເຊນ (Tencent) ບໍລິສັດວິດີໂອເກມຍັກໃຫຍ່ ແລະ ເປັນເຈົ້າຂອງແອັຟພຣິເຄຊັ່ນ (WeChat) ໄດ້ອອກມາເປີດເຜີຍລາຍຮັບໃນໄຕມາດທີ 2 ວ່າ ບໍລິສັດມີລາຍຮັບເພີ່ມຂຶ້ນ 37% ໂດຍທາງເທນເຊນໄດ້ກ່າວວ່າ ທີ່ ທ່ານ ໂດນັລ ທຣໍ້າ ລົງ ນາມ ເມື່ອອາທິດທີ່ຜ່ານມາ ພວກເຂົາບໍ່ເຫັນຜົນກະທົບທີ່ເກີດຂຶ້ນກັບທຸລະກິດຂອງພວກເຂົາໃນປະ ເທດຈີນ ເນື່ອງຈາກຜູ້ໃຊ້ໃນປະເທດ ສ.ອາເມລິກາ ມີພຽງ 2% ຂອງຜູ້ໃຊ້ກວ່າພັນລ້ານຄົນ.

ທັງນີ້, ຫຼາຍຝ່າຍໄດ້ສະແດງຄວາມກັງວົນວ່າຜູ້ທີ່ຈະໄດ້ຮັບຜົນກະທົບຈາກຄຳສັ່ງຄັ້ງນີ້ອາດຈະບໍ່ແມ່ນທາງ ວີແຊດ ແຕ່ເປັນບໍລິສັດ ແອັບເປິລ ທີ່ມີຕະຫຼາດໃຫຍ່ໃນຈີນ ແລະ ຫາກຊາວຈີນຫັນໄປຊື້ໂທລະສັບລຸ້ນອື່ນແທນ ໂດຍຈາກການຄຳນວນຂອງສຳນັກຂ່າວບລູມເບຣິກ ຄາດເດົາວ່າຕະຫຼາດຈີນສ້າງລາຍຮັບໃຫ້ກັບແອັບເປິລກວ່າ 44,000 ລ້ານໂດລາຕໍ່ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...