spot_img
Homeຂ່າວທ້ອງຖິ່ນເມືອງລະຄອນເພັງກວດພົບ 51 ຮ້ານຂາຍສິນຄ້າໝົດອາຍຸ

ເມືອງລະຄອນເພັງກວດພົບ 51 ຮ້ານຂາຍສິນຄ້າໝົດອາຍຸ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ຫ້ອງການສາທາລະນະສຸກເມືອງລະຄອນເພັງ ແຂວງ ສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາອາຫານ ແລະ ເຄຶ່ອງດື່ມຕາມທ້ອງຕະຫຼາດ ແລະ ຮ້ານຂາຍເຄຶ່ອງຍ່ອຍຕ່າງໆ, ຊຶ່ງການລົງໄປຕິດຕາມຄັ້ງນີ້ ໄດ້ກວດພົບ 51 ຮ້ານ ທີ່ມີສີນຄ້າບາງຊະນິດ ບໍ່ຮັບປະກັນຄຸນນະພາບ ຫຼື ໝົດອາຍຸນໍາໃຊ້ ເຊັ່ນ: ອາຫານປະເພດກະປ໋ອງ, ໝີ່, ນົມ, ນໍ້າແປບຊີ, ເຄື່ອງດື່ມຕ່າງໆ ແລະ ເຄື່ອງສຳອາງທີ່ມີສານຕ້ອງຫ້າມຈໍານວນໜື່ງ, ລວມມູນຄ່າທັງໝົດທີ່ຢືດໄດ້ ຫຼາຍກວ່າ 10 ລ້ານກີບ.

ພິທີທໍາລາຍສິນຄ້າດັ່ງກ່າວ ໄດ້ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ເດີ່ນຂອງຫ້ອງການສາທາລະນະສຸກເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ພູວຽງ ຜີ່ນຄຳຜີວ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງ, ຕີດຕາມ ກວດກາ, ສະກັດກັ້ນ ເຄື່ອງອຸປະໂພກ ແລະບໍລິໂພກ, ເຄື່ອງສໍາອາງທີ່ຕ້ອງຫ້າມ ແລະ ສີນຄ້າໝົດອາຍຸ ຂັ້ນເມືອງເຂົ້າຮ່ວມ.

ເພື່ອເຮັດໃຫ້ປະຊາຊົນຊາວເມືອງລະຄອນ ເພັງໄດ້ບໍລິການຊົມໃຊ້ ສິນຄ້າ ທີ່ຮັບປະກັນຄຸນນະພາບ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ຜູ້ປະກອບການຖືສຳຄັນໃນການປະຕິບັດລະບຽບກົດໝາຍ ແລະ ກວດກາເບີ່ງສີນຄ້າກ່ອນທີ່ຈະນໍາມາວາງ ຂາຍ, ໂດຍສະເພາະວັນເດືອນປີຜະລິດໃຫ້ລະອຽດເພື່ອໃຫ້ໄດ້ຮັບສີນຄ້າທີ່ດີ ມີຄຸນນະພາບ ແລະ ປອດໄພຕໍ່ສຸຂະພາບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...