spot_img
Homeຂ່າວຕ່າງປະເທດນານາຊາດແຂ່ງກັບເວລາ ເພື່ອເກັບຄາບນໍ້າມັນໃນທະເລທີ່ມໍຣິເຊຍ

ນານາຊາດແຂ່ງກັບເວລາ ເພື່ອເກັບຄາບນໍ້າມັນໃນທະເລທີ່ມໍຣິເຊຍ

Published on

ເວັບໄຊ dailynews ລາຍງານວ່າ ສຳນັກງານປະສານງານຂອງສະຫະປະຊາຊາດ (UN) ປະຈຳມໍຣິເຊຍ ອອກຖະການເມື່ອວັນອັງຄານວ່າ ຄະນະຊ່ຽວຊານ ຂອງຢູເອັນເດີນທາງເຖິງມໍຣິເຊຍແລ້ວ ເພື່ອສະໜັບສະໜູນຄວາມພະຍາຍາມຂອງທຸກພາກສ່ວນ ໃນການບັນເທົາຜົນກະທົບຈາກວິກິດນໍ້າມັນຮົ່ວທີ່ມີຕໍ່ຊັບພະຍາກອນທຳມະຊາດ ແລະ ປະຊາຊົນໃຫ້ເຫຼືອໜ້ອຍທີ່ສຸດ.

ທີມຜູ້ຊ່ຽວຊານດ້ານການປ້ອງກັນ ແລະ ບັນເທົາສາທາລະນະໄພຈຳນວນ 6 ຄົນຂອງຍີ່ປຸ່ນ ເດີນທາງເຖິງມໍຣິເຊຍແລ້ວ ໃນຂະນະທີ່ເຮືອລາດຕະເວນເລີຊອມແປລງ ຂອງກອງທັບຝຣັ່ງ ທີ່ປະຈຳການຢູ່ເກາະເຣອູນີຍົງ ເດີນທາງຮອດພື້ນທີ່ພ້ອມກັບບຸກຄະລາກອນ ແລະ ອຸປະກອນສະເພາະທາງນໍ້າໜັກລວມຫຼາຍກວ່າ 20 ໂຕນ ເຊິ່ງມີ: ເຄື່ອງປໍ້າ,​ ຊຸດປ້ອງກັນ,​ ອຸປະກອນເກັບມ້ຽນນໍ້າມັນ ແລະ ເຄື່ອງມືເກັບຄາບນໍ້າມັນ.

ທັງນີ້, ຜູ້ນຳມໍຣິເຊຍ ປະກາດສະຖານະການສຸກເສີນດ້ານລະບົບນິເວດ ເມື່ອອາທິດທີ່ຜ່ານມາ ຫຼັງຈາກບໍ່ສາມາດຈັດການກັບຄາບນໍ້າມັນປະມານ 1,000ໂຕນ ທີ່ຮົ່ວໄຫຼອອກມາຈາກເຮືອ “ເອັມວີ ວາກາຊິໂອະ” ເຊິ່ງເປັນເຮືອຂົນສິນຄ້າເທກອງຕິດທຸງຊາດປານາມາ ຂອງບໍລິສັດ ນາງາຊິກິ ຊິບປິ້ງ ຈາກຍີ່ປຸ່ນ ແລະ ບໍລິຫານງານໂດຍ ມິດຊູອິ ໂອເອສເຄ ໄລນ໌ ທີ່ລອຍຕົວຢູ່ໃກ້ກັບແນວປະກາລັງ ແຄມຊາຍຝັ່ງທາງຕະເວັນອອກສຽໃຕ້ຂອງປະເທດ ເມື່ອວັນທີ 25 ກໍລະກົດ ທີ່ຜ່ານມາ ພ້ອມທັງຂໍຄວາມຊ່ວຍເຫຼືອໂດຍກົງໄປທີ່ລັດຖະບານຝຣັ່ງ.

ພາລະກິດນີ້ຖືເປັນພາລະກິດທີ່ຕ້ອງແຂ່ງຂັນກັບເວລາ ແລະ ຄວາມບໍ່ແນ່ນອນ ເນື່ອງຈາກເທິງເຮືອຍັງມີນໍ້າເຫຼືອຢູ່ອີກປະມານ 2,000ໂຕນ ແລະ ຕົວເຮືອກໍ່ໄດ້ຮັບຄວາມເສຍຫາຍຈາກການເກີຍຕື້ນຊາຍຝັ່ງ. ທາງດ້ານມິດຊູອິ ໂອເອສເຄ ໄລນ໌ ຢືນຢັນພ້ອມຮັບຜິດຊອບກັບຄວາມເສຍຫາຍທັງໝົດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...